ງານບຸນ “ຄິຼດສະມາດມ່ວນຊືນ - ຕ້ອນຮັບປີໃໝ່ 2019” ຢູ່ ສວນສາທາລະນະໂຮ່ເຕີຍ

(VOVWORLD) -ສວນສາທາລະນະໂຮ່ເຕີຍ ຍັງຈັດບັນດາລາຍການສະແດງສິລະປະ ແລະການລະຫຼີ້ນທີ່ດູດດື່ມຫຼາຍຢ່າງ ເພື່ອຮັບໃຊ້ແຂກຄົນທຸກເພດທຸກໄວອີກດ້ວຍ

ສວນສາທາລະນະໂຮ່ເຕີຍ, ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນ “ຄິຼດສະມາດມ່ວນຊື່ນ - ຕ້ອນຮັບປີໃໝ່ 2019” ດ້ວຍຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ຕອບສະໜອງຕາມຄວາມຕ້ອງການລະຫຼີ້ນ, ບັນເທິງຂອງແຂກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນ. ໃນລະຫວ່າງວັນທີ 12 – 23 ທັນວາ; 29 ທັນວາ 2018 - 01 ມັງກອນ 2019 ຈະມີບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ດູດດື່ມ ຄື ການສະແດງສິລະປະຂອງກອງສິລະປະ Emmy, ດົນຕີຢູ່ຕາມທ້ອງຖະໜົນ ແລະ ສະແດງການຫຼີ້ນມາຍາກົນ. ນອກຈາກນັ້ນ ແຕ່ວັນທີ 22 ທັນວາ 2018 – 01 ມັງກອນ 2019, ສວນສາທາລະນະໂຮ່ເຕີຍ ຍັງຈັດບັນດາລາຍການສະແດງສິລະປະ ແລະການລະຫຼີ້ນທີ່ດູດດື່ມຫຼາຍຢ່າງ ເພື່ອຮັບໃຊ້ແຂກຄົນທຸກເພດທຸກໄວອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ