ງານມະໂຫລານ ຟິມຮູບເງົາ ຫວຽດນາມ ຄັ້ງທີ 20 ຈະດຳເນີນຢູ່ ດ່ານັ້ງ

(VOVWORLD) - ງານມະໂຫລານຟິມຮູບເງົາ ຫວຽດນາມ ຄັ້ງທີ 20 ດ້ວຍຄຳຂວັນທີ່ວ່າ “ສ້າງພື້ນຖານອຸດສາຫະກຳຟິມຮູບເງົາທັນສະໄໝ ແລະ ວັດທະນະທຳມະນຸດ” ຈະດຳເນີນໃນລະຫວ່າງວັນທີ 24 -28 ສິງຫາ 2017 ຢູ່ນະຄອນ ດ້ານັ້ງ. 

ງານມະໂຫລານ ຟິມຮູບເງົາ ຫວຽດນາມ ຄັ້ງທີ 20 ຈະດຳເນີນຢູ່ ດ່ານັ້ງ - ảnh 1 ງານມະໂຫລານຟິມຮູບເງົາ ຫວຽດນາມ ຄັ້ງທີ 19

(ພາບປະກອບ)

ງານມະໂຫລານປີນີ້ ມຸ່ງໄປເຖິງບັນດາຟິມຮູບເງົາທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີເນື້ອໃນແນວຄວາມຄິດເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສິລະປະການສະແດງໃໝ່ອ່ຽມ, ມີຫົວຄິດປະດິດສ້າງ. ໃນ 5 ວັນດຳເນີນເຫດການ, ໄປຄຽງຄູ່ກັບບັນດາການເຄື່ອນໄຫວເລືອກເຟັ້ນ ແລະ ມອບລາງວັນນັ້ນ, ງານມະໂຫລານຟິມຮູບເງົາຈະຈັດຕັ້ງການສາຍຮູບເງົາຢູ່ກາງແຈ້ງ; ກອງປະຊຸມສຳມະນາຄັ້ງຕ່າງໆ, ງານວາງສະແດງ, ລາຍການພົບປະແລກປ່ຽນ... ພິເສດ, ລາງວັນຟິມຮູບເງົາ ອາຊຽນ ຈະແມ່ນຈຸດພົ້ນເດັ່ນ ທີ່ງານມະໂຫລານ ຟີມຮູບເງົາ ຫວຽດນາມ ປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ