ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ

(VOVWORLD) -ການເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບອິນເດຍວ່າ ຍາມໃດກໍ່ແມ່ນຄວາມຕັດສິນໃຈ ແລະ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ.
ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ - ảnh 1(ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ)

ຕອນບ່າຍວັນທີ 13 ສິງຫາ, ຢູ່ແຂວງນິງບິ່ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ ໄດ້ສົມທົບກັນຈັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ໄດ້ເນັ້ນໜັກເຖິງການເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບອິນເດຍວ່າ ຍາມໃດກໍ່ແມ່ນຄວາມຕັດສິນໃຈ ແລະ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ. ບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບໄດ້ຮັບການເພີ່ມທະວີລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ 2 ປະເທດ, ອັນໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດ. ທ່ານນາງ ຫງວຽນເຟືອງງາ, ກ່າວວ່າ.

        “’ງານພົວພັນແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳແມ່ນມີຄວາມໝາຍສຳຄັນພິເສດ, ໂດຍສະເພາະແມ່ນໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ເມື່ອພວກເຮົາຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ເຊິ່ງບໍ່ມີປະເທດໃດ ເຖິງວ່າຈະໃຫຍ່ ຫຼື ນ້ອຍກໍ່ຕາມ ກໍ່ບໍ່ສາມາດແກ້ໄຂໂດຍຕົນເອງໄດ້. ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ, ພັດທະນາ”, ການຈັດງານມະໂຫລານລະຫວ່າງປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10 ນີ້ແມ່ນເພື່ອໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນຂອງ 2 ປະເທດພວກເຮົາ ໄດ້ສືບຕໍ່ຮຽງບ່າຮຽງໄຫຼ່, ພ້ອມກັນສ້າງນ້ຳໃຈສາມັກຄີມິດຕະພາບຫວຽດນາມ - ອິນເດຍ ໃຫ້ໝັ້ນຄົງແໜ້ນແຟ້ນຕະຫຼອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ