ງານມະໂຫລານຮູບເງົາ,ເຄື່ອງມືໂຄສະນາການພັດທະນາຕະຫຼາດຮູບເງົາໃໝ່

ງານມະໂຫລານຮູບເງົາ,ເຄື່ອງມືໂຄສະນາການພັດທະນາຕະຫຼາດຮູບເງົາໃໝ່ - ảnh 1
(ພາບປະກອບ: vtv.vn)

​​(vovworld) - ງານ​ມະ​ໂຫລານຮູບ​ເງົາ,​ ເຄື່ອງມື​ໂຄສະນາ​ການ​ພັດທະນາ​ຕະຫຼາດ​ຮູບ​ເງົາ​ໃໝ່, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົມ​ຮູບ​ເງົາ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ​ແລະ ສະຖານທູດອີ​ຕາ​ລີ​ປະຈຳ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 22/07, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ບົດຮຽນ, ​ໂຄສະນາ, ພັດທະນາ​ຮູບ​ເງົາ​ຜ່ານ​ບັນດາ​ງານ​ມະ​ໂຫລານ​ຮູບ​ເງົາ; ຈຳໜ່າຍ​ຮູບ​ເງົາອີ​ຕາ​ລີ, ຮູບ​ເງົາ​ເອີ​ລົບ ຢູ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກົງ​ກັນ​ຂ້າມ. ທີ່​ການ​ໂອ້​ລົມ​ສົນທະນາ, ຜູ້​ແທນ​ສ່ວນ​ຫຼາຍ​ໄດ້​ຖື​ວ່າ, ​ເລື່ອງ​ໂຄສະນາ, ພັດທະນາ​ຕະ​ຫຼາດ​ຮູບ​ເງົາ​ແມ່ນ​ມີຄວາມຈຳ​ເປັນສຳລັບ​ຫວຽດນາມ, ອີ​ຕາ​ລີ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພາກ​ພື້ນ​ເອີ​ລົບ. ທ່ານ​ນາງ​ຫົວໜ້າ​ກົມ​ຮູ​ງ​ເງົາ​ ​ໂງ​​ເຟືອງ​ລານ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ງານ​ມະ​ໂຫລານ​ຮູບ​ເງົາ​ໄດ້​ສວນ​ບົດບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ໂຄສະນາ, ພັດທະນາ​ຮູບ​ເງົາ, ​ເປີ​ດທີ​ດທາງ​ໃໝ່​ໃຫ້​ຂະ​ແໜງ​ຮູບ​ເງົາ​ຫວຽດນາມ ພັດທະນາ.

        ທ່ານ​ນາງ Cecilia Piccioni, ​ເອກ​ອັກຄະ​ລັດຖະທູ​ດອີ​ຕາ​ລີ​ ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ລັດຖະບານ​ອີ​ຕາ​ລີ ​ໄດ້​ມີ​ຍຸດ​ທະ​ສາດ​ພັດທະນາ​ຮູບ​ເງົາ​ອອກ​ສູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ແກ່​ບັນດາ​ປະ​ເທ​ດອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ທ່ານ​ນາງ​ກໍ​ຫວັງ​ວ່າ, ຜ່ານ​ບັນ​ດາ​ງານ​ມະ​ໂຫລານ, ຈະມີ​ຫຼາຍຮູບ​ເງົາອີຕາ​ລີ ​ໄດ້​ຮັບ​ກາ​ນ​ແນະນຳຢູ່​ຫວຽດນາມ ​​ກໍ​ຄືຫຼາຍຮູບ​ເງົາ​ຂອງ​ຫວຽດນາມ ​ຖືກ​ນຳສາຍ​ຢູ່ອີ​ຕາ​ລີ ​ແລະ ບັນດາ​ປະ​ເທດ​ເອີ​ລົບ.

ຂ່າວ/ບົດ​ອື່ນ