ງານວາງສະແດງກ່ຽວກັບໄຊຊະນະດ້ຽນບຽນຝູ

ງານວາງສະແດງກ່ຽວກັບໄຊຊະນະດ້ຽນບຽນຝູ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 10/4, ຢູ່ ຮ່າ​ໂນ້ຍ, ສະມາຄົມ​ວິຈິດ​ສິນ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ “ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ” (1954 – 2014). ງານ​ວາງສະ​ແດງ​ໄດ້​​ແນະນຳ​ຜະລິດ​ຕະພັນ​ວິຈິດ​ສິນ 92 ຢ່າງ​ຄື​ຮູບສີ​ຂັດ​ມັນ, ຮູບຄວັດ​ສະຫຼັກ​, ຮູບ​ພາບປຸກລະດົມ.​​.​. ທີ່​ສະ​ແດງ​​ໃຫ້​ເຫັນ​ຮູບ​ພາບ​ປະທານ ​ໂຮ່ຈີ​ມິນ, ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແລະ ບັນດາ​ຜູ້​ບັນຊາ​ການ​ແນວ​ຮົບ​ກໍ່​ຄື​ບັນດາ​ວິ​ລະກຳ​ຂອງ​ເຫຼົ່າ​ທັບ​​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຝູ ຢ່າງ​ມີ​ຊີວິດ​ຊີວາ.

    ບັນດາ​ຜະລິດ​ຕະພັນ​ວິຈິດ​ສິນ​ທີ່​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້ລ້ວນ​​ແຕ່​ແມ່ນ​ຜະລິດ​ຕະພັນ​ໃໝ່​ໄດ້​ຮັບ​ການ​ປະດິດເພື່ອ​ຕອບ​ສະໜອງ​ການ​ປະດິດ​ວິຈິດ​ສິນ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ. ນັກ​ຄົ້ນ​ຄ້ວາ​ວິຈິດ​ສິນ ​ເລກ​ວດບ໋າ​ວ ຖື​ວ່າ: ການ​ປະກອບສ່ວນ​ຂອງ​ງານ​ວາງສະ​ແດງ​ແມ່ນ​ການ​ສຳ​ພັດ​ໃໝ່​ກ່ຽວ​ກັບ​ຫົວ​ຂໍ້ ດ້ຽນບຽນ​ຝູ:

    “ປະຈຸ​ບັນ, ບັນດາ​ຈິດຕະກອນ​ໄດ້​ຮູ້ເປີດ​ກ້ວາງ​ເນື້ອ​ໃນ​​ຕາມ​ກາລະ​ເທສະ ​ແລະ ກາລະ​ເວລາ ​ແລະ ​ໄດ້ຮັບ​ເອົາບັນດາ​ປັດ​ໄຈ​ເພື່ອ​ປະດິດສ້າງ​​ເປັນ​ການ​ປະດິຂອງ​ລຸ້ນປະຈຸ​ບັນ.”

 


ຂ່າວ/ບົດ​ອື່ນ