ງານວາງສະແດງສາກົນກ່ຽວກັບຂະແໜງປະຢັດພະລັງງານແລະພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ

ງານວາງສະແດງສາກົນກ່ຽວກັບຂະແໜງປະຢັດພະລັງງານແລະພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ - ảnh 1
ໄຟຟ້າແຮງລົມ
(ພາບປະກອບ)

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ​ 9 – 11/11, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ຈະໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ຂະ​ແໜງ​ປະຢັດພະລັງງານ ​ແລະ ພະລັງງານ​ຜະລິດ​ຄືນ​ໃໝ່ - ຫວຽດນາມ 2016. ງານ​ວາງສະ​ແດງ​ແມ່ນ​ສະຖານ​ທີ່​ສະ​ເພາະ​ຂະ​ແໜງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ, ອຸປະກອນ, ​ເຕັກ​ໂນ​ໂລ​ຢີ ​ແລະ​ ມາດ​ຕະການ​ໃນ​ຂະ​ແໜງ​ປະຢັດ​ພະລັງງານ, ພະລັງງານ​ຜະລິະຄືນ​ໃໝ່.

        ພ້ອມ​ກັບ​ງານ​ວາງ​ສະ​ແດງ​ຍັງ​ມີ​ລາຍການ “​ເວທີ​ປາ​ໄສພະລັງງານ: ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ພະລັງງານ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ” ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ມີ​ກາລະ​​ໂອກາດ​ຊອກ​ຮູ້​ກ່ຽວ​ກັບ​ທ່າ​ອ່ຽງ ​ແລະ ຕະຫຼາດ​ພະລັງງານ ຢູ່ ຫວຽດນາມ. ທ່ານ ຫງວຽນ​ວັນ​ລີ໋, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​​ໄຟຟ້າ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຜ່ານ​ເຫດການ​ນີ້, ສະຕິ​ຄວາມ​ຮູ້​ຂອງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຈະ​ໄດ້​ຮັບ​ການ​ຍົກ​ສູງ. ຈາກ​ນັ້ນ, ມີ​ບັນດາ​ການ​ກະທຳ​ລະອຽດ ​ກ່ຽວ​ກັບ​ການ​ປະ​ຢັດ​ພະລັງງານສຳລັບ​​ແຕ່ລະຄອບຄົວ ​ແລະ ວິ​ສາ​ຫະກິດ. ຜ່ານ​​ເຫ​ດການ​ນີ້, ບັນດາ​ວິ​ສາ​ຫະກິດ​ຈະ​ມີ​ສະພາບ​ແວດ​ລ​້ອມ​ແຫ່ງການ​ພົວພັນ​ແລກປ່ຽນ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ພັດທະນາ​ຜະລິດ​ຕະພັນ​ກໍ່​ຄື​​ແບ່ງ​ປະ​ເພດການ​ປະຢັດ​ພະລັງງານ ​ແລະ ພະລັງງານ​ຜະລິດ​ຄືນ​ໃໝ່.”

        ງານ​ວາງ​ສະ​ແດງ​ສາກົນກ່ຽວ​ກັບ​ຂະ​ແໜງ​ປະຢັດ​ໄຟຟ້າ ​ແລະ ພະລັງງານ​ຜະລິດ​ຄືນ​ໃໝ່ - ຫວຽດນາມ 2016 ຈະ​​ສືບ​ຕໍ່​ດຳ​ເນີນ​​ພ້ອມ​ກັບ​ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ຂະ​ແໜງ​ນ້ຳ ​ແລະ ກຳຈັດ​ນ້ຳ​ເສຍ​ຢູ່​ຫວຽດນາມ.


ຂ່າວ/ບົດ​ອື່ນ