ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ດ້ວຍບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ດ້ວຍບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-
ດ້ວຍບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”
(ພາບ: TTXVN)

(vovworld) – ​ວັນ​ທີ 16/11 ຢູ່​ສູນ​ສຶກສາ, ມະຫາວິທະຍາ​ໄລ​ໄທ​ງວຽນ (ນະຄອນ ​ໄທ​ງວຽນ, ​ແຂວງ ​ໄທ​ງວຽນ), ຫໍສະໝຸດ​ແຂວງ ​ໄທ​ງວຽນ ຈັດ​ຕັ້ງ​ພິທີ​​ໄຂ​ງານ​ວາງສະ​ແດງ​ປື້​ມອ່ານ, ໜັງສື​ພິມ, ​ເອກະສານ ​ແລະ ​ແຜນທີ່​ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍາ​ຫຼັກ​ຖານ​ປະຫວັດ​ສາດ ​ແລະ ນິຕິ​ທຳ”. ງານ​ວາງສະ​ແດງ​ແນະນຳ​​​ໃຫ້​ຜູ້​ຊົມຮູ້​ກ່ຽວ​ກັບ​ປື້​ມຂຽນ​ເກືອບ 600 ຫົວກ່ຽວ​ກັບ​ທະ​ເລ, ໝູ່​ເກາະ ຫວຽດນາມ ​ເວົ້າ​ລວມ ​ແລະ ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ເວົ້າ​ສະ​ເພາະ​; ​ແຜນ​ທີ່ 54 ​ແຜ່ນ​ຕັ້ງ​ແຕ່​ສະຕະວັດ 16 – 20 ຂອງ ຫວຽດນາມ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ຈີນ, ປື້​ມ Atlat 4 ຫົວ​ທີ່​ພິມ​ຈຳ​ໜາຍ​ຢູ່ ຈີນ ຮັບຮູ້​ອະທິປະ​ໄຕ​ຂອງ ຫວຽດນາມ ສຳ​ລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງຊາ; ຮູບ​ພາບ ​ແລະ ພາບ​ປຸກລະດົມ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ ຫວຽດນາມ ​ເກືອບ 80 ​ແຜ່ນ.

ຂ່າວ/ບົດ​ອື່ນ