ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ” - ảnh 1
ງານວາງສະແດງຖືກໄຂຂຶ້ນໃນວັນທີ 7/1
(ພາບ: Trung Hiếu)

(vovworld) - ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ -ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/1, ຢູ່​ຫໍພິພິດທະພັນ​ກຳລັງ​ປະກອບ​ອາວຸດ​ທິດຕາ​ເວັນ​ອອກ​ພາກ​ໃຕ້, ນະຄອນ ​ໂຮ່ຈີ​ມິນ. ງານ​ວາງສະ​ແດງ​ແນະນຳ​ບັນດາ​ຮູບ​ພາບ, ​ເອກະສານ, ວັດຖຸ​ພັນ ​ແລະ ​ແຜນ​ທີ່​ນັບ​ແຕ່​ປີ 1954 ​ເຖິງປະຈຸ​ບັນ ທີ່​ຢືນຢັນ​​ອະທິປະ​ໄຕ​ຂອງ​ຫວຽດນາມສຳລັບ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ​. ນອກ​ນັ້ນ​ຍັງ​ມີ​ບັນດາ​ເອກະສານ, ​ໂດຍ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຮຽບຮຽງ ​ແລະ ພິມ​ຈຳໜ່າຍ​ນັບ​ແຕ່​ສະຕະວັດ​ທີ 18 – 19 ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ຂອງ ​ຫວຽດນາມ​ສຳລັບ​ໝູ່​ເກາະ​ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ອີກ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ​ງານ​ວາງສະ​ແດງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ບັກ​ຊອນ, ​ເນັ້ນ​ໜັກ​ວ່າ:

        “ງານ​ວາງສະ​ແດງ​ນີ້​ປະກອບສ່ວນ​ຢືນຢັນ​ອະທິປະ​ໄຕ​ເກາະ​ທະ​ເລ​ຂອງ​ຫວຽດນາມ ສຳລັບ​ຜືນ​ແຜ່ນດິນ​ຢ່າງ​ຄົບ​ຖ້ວນ, ​ໃນ​ນັ້ນ​ມີ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ກໍ່​ຄື​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ທີ່​ມີ​ຕໍ່​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຊາດ, ທັງ​ປະກອບສ່ວນ​ເພີ່ມ​ກຳລັງ​ແຮງ ​ແລະ ​ເຈດ​ຈຳນົງ​ແຫ່ງ​ຄວາມ​ສາມັກຄີ​ຂອງ​ທົ່ວ​ປວງ​ຊົນ ​ເພື່ອ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ​ມີ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ”​.

        ງານ​ວາງສະ​ແດງ​ດຳ​ເນີນ​ຮອດ​ວັນ​ທີ 21/01.


ຂ່າວ/ບົດ​ອື່ນ