ງານວາງສະແດງເອກະສານກ່ຽວກັບໝູ່ເກາະ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”ຢູ່ ແຂວງ ຟູອຽນ

ງານວາງສະແດງເອກະສານກ່ຽວກັບໝູ່ເກາະ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”ຢູ່ ແຂວງ ຟູອຽນ - ảnh 1
ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ"
ຢູ່​ແຂວງ ຟຸ​ອຽນ
ພາບ:TTXVN 

(vovworld)-  ​ຕອນ​ຄ່ຳ​ວັນ​ທີ 12/12 ຢູ່ ເທດ​ສະ​ບານ ຊົງ​ເກົ່າ ແຂວງ ຟູ​ອຽນ ໄດ້​ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານ​ຫລັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ”. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ໄຂ, ທ່ານ ຟານ​ດີງ​ຟຸ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຟູ​ອຽນ ຊີ້​ແຈ້ງວ່າ​: ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ​ເອ​ກະ​ສານ ກ່ຽວ​ກັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອຢັ້ງ​ຢືນ​ອະ​ທິ​ປ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ. ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຈິດ​ໃຈ​ສາ​ມັກ​ຄີ, ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່​າ​ຫວຽດ​ນາມ​ໃນ​ພາ​ລະກິດ​​ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ແນະ​ນຳ​ແຜນ​ທີ່, ວັດ​ຖຸ​ພັນ ກວ່າ 80 ຢ່າງ​ດ້ວຍ 4 ເນື້ອ​ໃນ​ຕົ້ນ​ຕໍ ນັ້ນ​ແມ່ນ: ເອ​ກະ​ສານ​ບາງ​ສະ​ບັບ​ດ້ວຍ​ພາ​ສາ​ຈີນ​ບູ​ຮານ, ພາ​ສາ​ຫວຽດ ແລະ ພາ​ສາ ຝ​ລັ່ງ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ; ຊຸດແຜນ​ທີ່ ແລະ ເອ​ກະ​ສານ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ, ປື້ມ atlas 4 ສະ​ບັບ ຊື່ງ​ແມ່ນ​ບັນ​ດາ​ແຜນ​ທີ່​ໂດຍ​ໄດ້​ຮັບ​ການ​ພິມ​ຈຳ​ຫນ່າຍ​ຢູ່​ບັນ​ດາ​ປະ​ເທດ​ຄື: ອັງ​ກິດ, ເຢຍ​ລະ​ມັນ, ອົດ​ສະ​ຕາ​ລີ, ກາ​ນາ​ດາ, ອາ​ເມ​ລິ​ກາ.. ສະ​ແດງ​ໃຫ້​ເຫັນ​ວ່າ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ນອນ​ໃນ​ເຂດ​ນ່ານ​ທະ​ເລ​ຂອງ​ຫວຽດ​ນາມ; ລະ​ບົບ​ເອ​ກະ​ສານ “ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ” ຜ່ານ​ການ​ເກັບ​ຮັກ​ສາ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ (1945-1975).

ຕອບກັບ

ຂ່າວ/ບົດ​ອື່ນ