ງານ​ວາງ​ສະ​ແດງ​ແຜນ​ທີ​່​ແລະ​​ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ” ຢູ່​ແຂວງ ເກີນ​ເທີ

ງານ​ວາງ​ສະ​ແດງ​ແຜນ​ທີ​່​ແລະ​​ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ” ຢູ່​ແຂວງ ເກີນ​ເທີ - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 25/11, ຢູ່​ຫໍ​ພິ​ພິ​​ທະ​ພັ​ນ​ທະ​ຫານ​ເຂດ 9, ນະ​ຄອນ ເກີນ​ເທີ, ກ​ະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ສົມ​ທົບ​ກັບ​ກອງ​ບັນ​ຊາ​ດການ​ທະ​ຫານ​ເຂດ 9 ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸ​ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”.  ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ວາງ​ສະ​ແດງ​ບັນ​ດາເອ​ກະ​ສານ, ວັດ​ຖຸ​ພັນ, ສິ່ງ​ພິມ ແລະ ແຜນ​ທີ່ 100 ແຜ່ນ​ທີ່​ໄດ້​ຮວ​ບ​ຮ່ວມ​ໂຮມ​ບັນ​ດາ​ເອ​ກະ​ສານ​ໄດ້​ຮັບ​ການ​ປະ​ກາດ, ໄດ້​ປະ​ກາດ​ໃຊ້​​ນັບແຕ່​ສະ​ຕະ​ວັດ​ທີ 17 ມາ​ຮອດ​ປະ​ຈຸ​ບັນຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ທັງ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ ຫງວຽນ​ດິ່ງ​ຕ້າວ, ຫົວ​ໜ້າກ​ົມ​ວຽກ​ງານ​ພາກ​ໃຕ້, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ, ໃຫ້​ຮູ້​ວ່າ:

        “ວຽກ​ງານ​ປະ​ກາດ​ບັນ​ດາ​​ວັດ​ຖຸເອ​ກະ​ສານ, ພະ​ຍານຫຼັກ​ຖານ​ປະ​ຫ​ວັດ​ສາດ ແລະ ນິ​ຕິ​ທຳ​ທີ່​ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ, ເພື່ອ​ຍົກ​ສູງ​ສະ​ຕິ​ຄວາມ​​ຮັບຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ. ຜ່ານນັ້ນ, ປະ​ກອບ​ສ່ວນ​ສຶກ​ສາ​​ອົບ​ຮົ​ມຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ ວຽກ​ງານ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ