ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ​ຈາກ Lan Anh/TTXVN)

(vovworld) - ງານ​ວາງສະ​ແດງ​ແຜນ​ທີ່​​ ແລະ​ ເອກະສານ “ຮ່ວາງ​ຊາ,​ເຈື່ອງ​ຊາ​ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ“ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 26-28/4 ຢູ່​ແຂວງ​ນິງບິ່ງ, ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຈັດ​ຕັ້ງ. ງານ​ວາງສະ​ແດງ​ແນະນຳ​ 100 ​ ແຜນ​ທີ່ ພ້ອມ​ກັບ​ເອກະສານ, ວັດຖຸ​ພັນ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ທັງ​ພາຍ​ໃນ ​ແລະ ສາກົນ. ພິ​ເສດ​ງານ​ວາງສະ​ແດງ​​ໄດ້​ແນະນຳ​ເອກະສານ​ໂດຍ​ສະ​ໄໝ​ສັກ​ດີ​ນາ​ຫວຽດນາມ, ອຳນາດ​ການ​ປົກຄອງ​ຝລັ່ງ ຢູ່​ອິນດູຈີນ​ ປະກາດ​ໃຊ້​ແຕ່​ສະຕະວັດ​ທີ 17 - ຕົ້ນ​ສະຕະວັດ​ທີ 20, ບັນດາ​ເອກະສານ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ຫງວຽນ​ ທີ່​ກຳນົດ​ອະທິປະ​ໄຕ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ແຕ່​ປີ 1802-1945. ບັນດາ​ສື່​ສິ່ງ​ພຶມ​ໂດຍ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຮຽບຮຽງ, ຈຳໜ່າຍ​ແຕ່​ສະຕະວັດ​ທີ 18-19 ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ຢູ່​ສອງ​ໝູ່​ເກາະ​ດັ່ງກ່າວ. ງານ​ວາງສະ​ແດງ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ນຳ້​ໃຈ​ສາມັກຄີ, ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ