ງານໂຮມຊຸມນຸມມິດຕິງ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ ລາວ

ງານໂຮມຊຸມນຸມມິດຕິງ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ ລາວ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ອ່ານສູນທອນພົດນະພິທີ
ພາບ:TTXVN


(vovword) - ຕອນ​ເຊົ້າ​ວັນ​ທີ 18/7 ຢູ່ ຮ່າ​ໂນ້ຍ, ​ໄດ້​ຈັດງານ​ໂຮມ​ຊຸມນຸມ​ມິດ​ຕິງ ລະ​ນຶກ 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ (05/09/1962 - 05/09/2012) ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ, ລາວ - ຫວຽດນາມ (18/7/1977 - 18/7/2012). ​​ເປັນ​ກຽດເຂົ້າ​ຮ່ວມ​ພິທີ ມີທ່ານ Nguyen Phu Trong ​ເລຂາທິການ​​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung, ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ, ຫົວ​ຫນ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ສປປ ລາວ​. ນະ​ພິທີ, ທ່ານ ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ: ຍາມ​​ໃດ ພັກ ​ແລະ ປຊຊ ຫວຽດນາມ  ກໍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ​ໄຊຊະນະ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ກ່ອນ​ນີ້ ກໍ​ຄື​ບັນດາ​ຜົນງານ​ໃນ​ກິດຈະການ​ປ່ຽນ​ແປງ​ໃຫມ່, ສ້າງສາ ​ແລະ ປົ​ກປັກ​ຮັກສາ​ປະ​ເທດ​ຊາດ​​ໃນປະຈຸ​ບັນ ກໍລ້ວນ​ແຕ່​ຕິດ​ພັນ​ກັບ​ຄວາມ​ສາມັກຄີ, ການ​ສະຫນັບສະຫນູນ ​ແລະ ການຊ່ວຍ​ເຫລືອ​ຂອງພັກ, ລັດ ​ແລະ ປຊຊ ລາວ​ບັນດາ​ເຜົ່າ. ທ່ານ​ເລຂາທິກ​ານ​ໃຫຍ່ Nguyen Phu Trong  ​ເນັ້ນ​ຫນັກ​ວ່າ:

        “ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ພວກ​ເຮົາ​ຕ້ອງ​ປັບປຸງ, ​ເພີ່ມ​ທະວີພັດທະນາ​ສາຍ​ພົວພັນ​ສາມັກຄີ​​ແບບ​ພິ​ເສດ, ການ​ຮ່ວມ​ມື​ມິດຕະພາບ​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ ຍິ່ງ​ກວ່າ​ອີກ, ​ແລະ ຖື​ວ່າ: ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳ​ບາກ​ຄື​ແນວ​ໃດ​ກໍ​ຕາມ, ​ແຕ່​ຄວາມ​ຮັກ​ແພງ​ສະ​ຫນິດ​ຕິດ​ພັນລະຫວ່າງ​ສອງ​ປະ​ເທດ​ບໍ່​ສາມາດ​ປ່ຽນ​ແປງ​ໄດ້. ພວກ​ເຮົາ​ໝັ້ນ​ໝາຍ​ຈະ​ປົກ​ປັກ​ຮັກສາ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ ລາວ ​ໃຫ້ໝັ້ນຄົງ. ຕັດສິນ​ໃຈ ພ້ອມ​ກັບ​ພັກ, ລັດ ​ແລະ ປຊຊ ລາວ​ອ້າຍ​ນ້ອງ ​ພັດທະນາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ, ຊຸກຍູ້​ສາຍ​ພົວພັນ​ນີ້​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ, ຖື​ວ່າ ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ຕ້ອງ​ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ.”

        ທ່ານ​ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ລາວ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ ​ແລະ ປີ​ຊາ​ສາມາດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ການ​ປະຕິບັດ​ຈຸດ​ໝາາຍປະຊາຊົນ​ຮັ່ງມີ, ປະ​ເທດຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ ຈະ​ປະກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ. ​

 

ຂ່າວ/ບົດ​ອື່ນ