ງານໂຮມຊຸມນຸມສະເຫຼີມ ສະຫຼອງ 85 ປີແຫ່ງວັນ ສ້າງຕັ້ງພັກກອມມູນິດຫວຽດນາມ

ງານໂຮມຊຸມນຸມສະເຫຼີມ ສະຫຼອງ 85 ປີແຫ່ງວັນ ສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​
ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ)


(vovworld) – ຕອນ​ເຊົ້າ​ວັນ​ທີ 02/02, ຢູ່​ຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ​ສສ.ຫວຽດນາມ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງງານໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (03/02/1930 – 03/02/2015). ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ມີ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ອະ​ດິດການ​ນຳ​ຂັ້ນ​ສູງ​ພັກ, ລັດ, ບັນດາ​ສະມາ​ຊິກ​ພັກ ພ້ອມ​ກັບ​ຜູ້ຕາງ​ໜ້າ​ປະຊາຊົນທຸກ​ຊັ້ນ​ວັນ​ນະນະຄອນຫຼວງ​ຮ່າ​ໂນ້ຍ.

        ​ໃນ​ບົດ​ກ່າວ​ໄປ​ໄສທີ່​ງານໂຮມ​ຊຸມນຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອວັນ​ທີ 03/02/1930 ​ແມ່ນ​ເຫດການ​ປະຫວັດສາດ​ສຳຄັນຍິ່ງຂອງ​ຊາດ​ຫວຽດນາມ.

        “ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການສ້າງ​ຕັ້ງ, ​ແມ່ນ​ບາດລ້ຽວອັນ​ໃຫຍ່​ຫຼວງ​ໃນ​ປະຫວັດສາດ​ຂອງ​ການ​ປະຕິວັດ​ຫວຽດນາມ, ​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ບົນ​ເສັ້ນທາງພັດທະນາຂອງ​ຊາດ​ຫວຽດນາມ. ພັກ​ໄດ້​ຊີ້​ນຳ​ການປະຕິວັດ​ຫວຽດນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການທົດ​ສອບ​ນາໆ​ປະການ ​ແລະ ຍາດໄດ້​ໄຊຊະນະ​ຢ່າງ​ຕໍ່​ເລື່ອງ, ບໍ່​ມີ​ກຳລັງ​ໃດ​ສາມາດ​ກີດຂວາງ​ໄດ້. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ປະຊາຊົນ​ຫວຽດນາມ ​ໄດ້​ສ້າງຜົນງານ​ຫຼາຍ​ຢ່າງໃນ​ສະຕະວັດ​ທີ 20 ​ເຊິ່ງຈຸດຍອດ​ແມ່ນ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນສິງຫາ ປີ 1945, ​ໄຊຊະນະ​ຂອງ​ບັນດາ​ການ​ຕໍ່ຕ້ານ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຍາດ​ໄດ້​ໄຊ​ນະ​ນະ​ໃນ​ພາລະກິດ​ປ່ຽນ​ໃໝ່, ກ້າວ​ຂຶ້ນສັງຄົມ​ນີ້ຍົມ​ຢ່າງ​ໝັ້ນຄົງ”.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ອຸດົມສົມ​ບູນຂອງ​ການ​ປະຕິວັດ​ຫວຽດນາມ ​ໃນ​ຕະຫຼອດ 85 ປີຜ່ານມາ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ໃນ​ວິວັດ​ການ​ຊີ້​ນຳ​ນຳພາການ​ປະຕິວັດ, ພັກ ​ໄດ້​ຮັບ​ການ​ຫຼໍ່​ຫຼອມ, ທົດ​ຊອບ ​ແລະ ​ເຕີບ​ໃຫຍ່ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ບົດຮຽນ​ຫຼາຍ​ຢ່າງ​ເພື່ອ​ນັບ​ມື້​ນັບ​ສົມ​ກັບ​ບົດບາດ ​ແລະ ໜ້າ​ທີ່​ຊີ້​ນຳ​ການປະຕິວັດ, ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ມີ​ແຕ່​ໄປຕາມ​ເສັ້ນທາງ​ປະຕິວັດ​ເຊິ່ງພັກ ​ແລະ ປະທານ​ໂຮ່ຈິ​ມິນ​ ​ໄດ້​ເລືອກ​ເຟັ້ນນັ້ນ ການປະຕິວັດ​ຫວຽດນາມ ຈຶ່ງ​ຍາດ​ໄດ້​ໄຊຊະນະ​ຢ່າງ​ສິນ​ເຊິ​ງ, ປະ​ເທດ​ຫວຽດນາມ ຈຶ່ງ​ຍາດ​ໄດ້​ເອກະລາດ, ຊາດ​ຫວຽດນາມ ຈຶ່ງ​ມີ​ຄວາມ​ເສລີ, ປະຊາຊົນ​ຫວຽດນາມ ນັບ​ມື້​ນັບ​ມີ​ຊີວິດ​​ອີ່ມໜຳ​ສຳລານ, ມີ​ຄວາມຜາ​ສຸກ. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ປະຈຸ​ບັນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ​ແຈ້ງວ່າ.

        “ປະ​ຈຸ​ບັນ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ພວມ​ອອກ​ແຮງ​ສູ້​ຊົນ​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ, ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສາ​ໄໝ, ພັດທະນາ​ເສດຖະກິດ​ການ​ຕະ​ຫຼາດ​ຕາມ​ທິດ​ສັງຄົມ​ນີ້​ຍົມ, ​ເປີດ​ປະຕູ​​ເພື່ອ​ເຊື່ຶອມ​ໂຍງ​​ເຂົ້າ​ກັບ​ສາກົນ, ຜັນ​ຂະ​ຫຍາ​ຍໜ້າ​ທີ່​ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ສັງຄົມ​ນີ້​ຍົມ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະໄຕ, ຍຸດຕິ​ທຳ ​ແລະ ສີວິ​ໄລ.”

        ທ່ານ​ເລຂາທິການ​ໃຫຍ່ ກໍ່​ໃຫ້​ຮູ້​ວ່າ, ​ໃນ​ປີ 2015, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ​ຢ່າງ​ແຮງ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກຢ່າງ​ມີ​ໄຊ. ​ໃນນັ້ນຈຸດ​ສຸມ​ແມ່ນ​ເອົາ​ໃຈ​ໃສ່​ສູ້​ຊົນ​ປະຕິບັດ​ບັນດາ​ໜ​້າທີ່​ພັດ​ທະນາ​ເສດຖະກິດ​ສັງຄົມ​ຢ່າງ​ສູງ​ສຸດ; ຮັກສາ​ເອກະ​ລາດ, ປະຊາທິປະ​ໄຕ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ສະຖຽນ​ລະພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ…

ຂ່າວ/ບົດ​ອື່ນ