ຈັດພິທີມອບຮັບໂຄງການຫໍສະພາແຫ່ງຊາດຫຼັງໃໝ່ ໃຫ້ແກ່ລາວ.

(VOVWORLD) -ຕອນບ່າຍວັນທີ 20 ມີນາຢູ່ນະຄອນຫຼວງວຽງຈັນ ປະເທດລາວ ໄດ້ດຳເນີນພິທີສະຫຼຸບການກໍ່ສ້າງແລະມອບຮັບຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວລວມມູນຄ່າ 111 ລ້ານກວ່າ USD
      ຈັດພິທີມອບຮັບໂຄງການຫໍສະພາແຫ່ງຊາດຫຼັງໃໝ່ ໃຫ້ແກ່ລາວ.  - ảnh 1ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ

ນີ້ແມ່ນຂອງຂວັນຂອງພັກ, ລັດແລະປະຊາຊົນຫວຽດນາມມອບໃຫ້ພັກ, ລັດແລະ ປະຊາຊົນລາວເປັນຂອງຂວັນ. ໂຄງການໄດ້ດຳເນີນການກໍ່ສ້າງສຳເລັດຈະແມ່ນສະຖານທີ່ຈັດຕັ້ງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ; ຈັດຕັ້ງບັນດາພິທີທີ່ສຳຄັນຂອງປະເທດຊາດ. ໂຄງການແມ່ນການປະສົມປະສານລະຫວ່າງວັດທະນະທຳ, ຈິດຕະກຳລວດລາຍທີ່ເຂັ້ມຂົ້ນໄປດ້ວຍສີສັນຮີດຄອງປະເພນີຂອງລາວແລະນຳໃຊ້ເຕັກໂນໂລຊີອຸປະກອນທີ່ທັນສະໄໝ.

     ມາຮອດປັດຈຸບັນເຖິງວ່າບໍ່ອາດສຳເລັດ 100% ກໍ່ຕາມແຕ່ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວໄດ້ກໍ່ສ້າງສຳເລັດຕາມແຜນການແລະເປົ້າໝາຍທີ່ວາງໄວ້ ເພື່ອກຽມພ້ອມຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດລາວຊຸດທີ 9 ແຕ່ວັນທີ 22 ຫາວັນທີ 26 ມີນາ ທີ່ຈະມາເຖິງ. ພາຍຫຼັງກອງປະຊຸມບັນດາວຽກງານທີ່ຍັງເຫຼືອຈະສືບຕໍ່ຜັນຂະຫຍາຍປະຕິບັດແລະຈະສຳເລັດທັງໝົດໃນທ້າຍໄຕມາດ II ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ