ຈີນ ກ່າວເຕືອນບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ ບໍ່ຊ່ວຍການຮ່ວມມືກ່ຽວກັບ ສປປ ເກົາຫຼີ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 23 ສິງຫາ, ທ່ານນາງ ຄວາຊວນຢີ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ບັນດາມາດຕະການລົງໂທດຂອງ ອາເມລິກາ ຈະບໍ່ຊ່ວຍແກ້ໄຂບັນຫາ ສປປ ເກົາຫຼີ ກໍ່ຄືບໍ່ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃນເຊິ່ງກັນ ແລະ ກັນ ແລະ ການຮ່ວມມືກັບ ຈີນ. 
ຈີນ ກ່າວເຕືອນບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ ບໍ່ຊ່ວຍການຮ່ວມມືກ່ຽວກັບ ສປປ ເກົາຫຼີ - ảnh 1ໂຄສົກກະຊວງການຕ່າງປະເທດ ຈີນ 

ເຖິງຢ່າງໃດກໍ່ຕາມ, ໂຄສົກຜູ້ນີ້ຖືວ່າ ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ໄດ້ມີສັນຍານຫລຸດລົງຍ້ອນຄວາມມານະພະຍາຍາມຂອງຝ່າຍຕ່າງໆ, ເຖິງວ່າ, ບັນຫານີ້ຍັງສົບສົນ ແລະ ສະດຸ້ງໄວ. ທ່ານນາງ ຄວາຊວນຢີ໋ງ ໄດ້ຍົກອອກຖະແຫຼງການນີ້ພາຍຫຼັງທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍົກອອກສັນຍານກ່ຽວກັບຄວາມສາມາດດຳເນີນການເຈລະຈາກັບ ສປປ ເກົາຫຼີ “ໃນອະນາຄົດໃກ້ໆນີ້” ພຽງ 2 – 3ຊົ່ວໂມງ. ກ່ອນນັ້ນ, ວັນທີ 22 ສິງຫາ, ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ 16 ບໍລິສັດ ແລະ ສ່ວນບຸກຄົນຂອງ ຈີນ ແລະ ລັດເຊຍ ດ້ວຍຂໍ້ກ່າວຫາວ່າມີການກ່ຽວຂ້ອງເຖິງໂຄງການອາວຸດນິວເຄຼຍຂອງ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ