ຈີນ ວາງອອກຖະແຫຼງການກ່າວປະນາມອາເມລິກາກ່ຽວກັບເຫດ Covid – 19

(VOVWORLD) -ກະຊວງການຕ່າງປະເທດຈີນໄດ້ປະກາດເອກະສານປະຕິເສດຄຳຕຳໜິຕິຕຽນ ແລະ ຄຳກ່າວຫາຂອງອາເມລິກາທີ່ແນໃສ່ຈີນ ຊຶ່ງກ່ຽວຂ້ອງເຖິງໂລກລະບາດ Covid – 19. 
ຈີນ ວາງອອກຖະແຫຼງການກ່າວປະນາມອາເມລິກາກ່ຽວກັບເຫດ Covid – 19	 - ảnh 1ທ່ານຈາວລີແຈນໂຄສົກກະຊວງການຕ່າງປະເທດຈີນ(ພາບ: Reuter) 

ວັນທີ 9 ພຶດສະພາ, ກະຊວງການຕ່າງປະເທດຈີນໄດ້ລົງພິມ ເນື້ອໃນຫຍໍ້ຂອງເອກະສານ ໃນເວັບໄຊຂອງອົງການນີ້ ຊຶ່ງໄດ້ແຈ້ງໃຫ້ຮູ້ຂໍ້ກ່າວຫາ 24 ຂໍ້ “ຕຳນານບໍ່ມີມູນຄວາມຈິງ ແລະ ຫຼອກລວງທີ່ບໍ່ອາດເຊື່ອໄດ້” ຂອງນັກການເມືອງ ແລະ ພື້ນຖານສື່ມວນຊົນຈຳນວນໜຶ່ງຂອງ ອາເມລິກາກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັດ SARS – CoV – 2 ກ່ຽວກັບການເປີດເຜີຍຂໍ້ມູນຂ່າວສານໂລກລະບາດ ຂອງປັກກິ່ງ ແລະ ກ່ຽວກັບການຄອບງຳຂອງ ອົງການອະນາໄມໂລກ (WHO).

ກະຊວງການຕ່າງປະເທດຈີນນຳສະເໜີບັນດາຂໍ້ກຳນົດກ່ຽວກັບການຕັ້ງຊື່ຂອງ WHO ເພື່ອ ນັ້ນໜັກວ່າ SARS – CoV – 2 ບໍ່ແມ່ນ “ເຊື້ອໄວຣັດຈີນ” ຫຼື “ເຊື້ອ ອູ້ຫັນ”. ຈີນຢັ້ງຢືນວ່າຍາມໃດກໍ່ປະກາດຂໍ້ມູນກ່ຽວກັບໂລກລະບາດຢ່າງເປີດເຜີຍ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ” ບໍ່ມີເລື່ອງປົກປິດຄວາມຈິງ, ລົງຂ່າວທີ່ຜິດເຂວ, ລາຍງານຢ່າງຊັກຊ້າ ຫຼືລາຍງານທີ່ບໍ່ຖືກກັບສະພາບການຂອງໂລກລະບາດ. ຊ້ຳບໍ່ໜຳ, ຈີນຍັງຢ້ຳຄືນວ່າ ຕົນເອງແມ່ນ “ຜູ້ປະສົບເຄາະຮ້າຍຂອງການລົງຂ່າວທີ່ຜິດເຂວ”

ຕອບກັບ

ຂ່າວ/ບົດ​ອື່ນ