ຈີນ ສະເໜີ 7 ຂໍ້ກ່ຽວກັບເລື່ອງຍົກລະດັບການພົວພັນກັບ ອາຊຽນ

(VOVWORLD) - ວັນທີ 06 ສິງຫາ, ຈີນ ແລະ ອາຊຽນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ ໃນຕະຫລອດ 15 ປີຜ່ານມາ ແລະ ເຫັນດີເປັນເອກະພາບຊຸກຍູ້ເພີ່ມທະວີການຮ່ວມມືກ່ວາອີກ. 
ຈີນ ສະເໜີ 7 ຂໍ້ກ່ຽວກັບເລື່ອງຍົກລະດັບການພົວພັນກັບ ອາຊຽນ - ảnh 1ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ  

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ຍົກອອກທັດສະນະດັ່ງກ່າວ ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ທ່ານ ຫວາງອີ ຍົກອອກຂໍ້ສະເໜີ 7 ຂໍ້ ກ່ຽວກັບການຮ່ວມມື 2 ຝ່າຍໃນອະນາຄົດ, ໃນນັ້ນ ມີການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຈີນ - ອາຊຽນ ວິໄສທັດ 2030 ເປັນແຜນການດຳເນີນງານລະອຽດ ເພື່ອກຳນົດທິດໃຫ້ບັນດາການພົວພັນໃນອະນາຄົດ; ຖືປີ 2018 ແມ່ນປີປ່ຽນແປງໃໝ່ ຈີນ - ອາຊຽນ.

        ສ່ວນບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ສະແດງຄວາມປາດຖະໜາ ເມື່ອ ຈີນ ແລະ ອາຊຽນ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2018, 2 ຝ່າຍຈະເພີ່ມທະວີການສົມທົບຍຸດທະສາດນຳກັນ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ່ຽນແປງໃໝ່, ການເຊື່ອມຕໍ່, ການທ່ອງທ່ຽວ ແລະ ບັນດາຂົງເຂດອື່ນໆ ເພື່ອຍົກສູງການພົວພັກ ຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດຊົມເຊີຍການຮັບຮອງເອົາຮ່າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະ ຫວັງວ່າ ຈະມີບັນດາການທາບທາມຄຳເຫັນກ່ຽວກັບ COC ຕື່ມອີກ ຕາມຂອບເຂດຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ