ຈີນ, ສ.ເກົາຫຼີ ຄັດຄ້ານຄຳກ່າວປາໄສ ຂອງນາຍົກລັດຖະມົນຕີຍີ່ປຸ່ນ

ຈີນ, ສ.ເກົາຫຼີ ຄັດຄ້ານຄຳກ່າວປາໄສ ຂອງນາຍົກລັດຖະມົນຕີຍີ່ປຸ່ນ  - ảnh 1

ເຂດ​ໝູ່​ເກາະSenkaku/ຕ້ຽວອີ

(ພາບ:ອິນ​ເຕີ​ແນັດ)

(TTX)- ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ​ໄດ້​ຮຽກຮ້ອງ​ໃຫ້ການ​ເພີ່ມ​ທະວີ​ຜົນ​ສັກສິດ​ດ້ານ​ກົດໝາຍ​ເພື່​ອແກ້​ໄຂ​ບັນດາ​ການ​ພິພາດ​​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ໂດຍ​ສັນຕິ​ວິທີ ​ໃນ​ບົດ​ກ່າວ​ປາ​ໄສ​ຫວ່າງ​ແລ້ວ​ນີ້ ຕໍ່ໜ້າ​ສະມັດຊາ​ໃຫ່ຍ ສປຊ ຊື່​ງພວມ​ຈັດການ​ປະຊຸມ​ຢູ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ​ໄດ້​ປະກາດ​ວ່າຈະ​ປົກ​ປັກ​ຮັກສາ​ເຂດ​ດິນ​ແດນ​ຍີ່ປຸ່ນ​ ຈົນ​ສຸດ​ຄວາມ​ສາມາດ ພ້ອມ​ທັງ​ໄດ້​ຕຳນິຕິ​ຕຽນ​ບັນດາ​ປະ​ເທດ​ມີກົນອຸບາຍ​ຈັດ​ວາງ​ເຈດຈຳ​ນົງ​ຕໍ່​ປະ​ເທດ​ອື່ນໆ​ດ້ວຍ​ກຳລັງ​ປະກອບ​ອາວຸດຫຼື​ການ​ນາບ​ຂູ່. ທີ່​ການ​ປະຊຸມ​ຂ່າວ​ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນ ຕີຍີ່ປຸ່ນ Yosshiko Noda ຢັ້ງຢືນ​ວ່າ “​ບໍ່​ສາມາດ​ເຈ​ລະຈາ​“ ກັບ​ຈີນ ກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ສຳລັບ​ເຂດ​ໝູ່​ເກາະ​ພິພາດ​ກັນ​ຢູ່​ທະ​ເລ​ຮົວຕຸ​ງ ຊື່​ງ​ໂຕ​ກຽວ ​ເອີ້ນ​ຍວ່າ Senkaku ສ່ວນຝ່າຍ​ຈີນ ​ເອີ້ນ​ວ່າ ຕ້ຽວອີ ພ້ອມ​ທັງ​ກ່າວ​ປະນາມ​ບັນດາ​ການ​ກະທຳ​ບຸກ​ໂຈມ​ຕີ​ດ້ວຍ​ການ​ໃຊ້​ຄວາມ​ຮຸນແຮງ​ແນ່​ໃສ່​ບັນດາ​ຜົນປະ​ໂຫຍ​ດຂອງ​ຍີ່ປຸ່ນ ຢູ່​ຈີນ.

   ພາຍຫຼັງ​ບົດ​ກ່າວ​ປາ​ໄສ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda , ຈີນ ​ແລະ ສ.​ເກົາຫຼີ ​ໄດ້​ອອກສຽງ​ຄັດຄ້ານ. ​ໃນຖະ​ແຫຼ​ງ​ການ​​​ເປັນ​ລາຍ​ລັກ​ອັກສອນ​ເມື່ອວັນ​ທີ 27/9, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຈິນກາງ ໄດ້​ໃຫ້​ຮູ້​ວ່າ: ຈີນ “ມີ​ຄວາມ​ເສຍ​ຫັວງທີ່​ສຸດ“ ​ແລະ ​“ຄັດຄ້ານ​ທັດສະນະ​ຂອງ​ການ​ນຳ​ຍີ່ປຸ່ນ ກ່ຽວ​ກັບ​ບັນຫາ​ເຂດ​ໝູ່​ເກາະ​ທີ່​ພິພາດ​ກັນຢ່າງ​ເຂັ້ມງວດ“.

ຂ່າວ/ບົດ​ອື່ນ