ຈີນ​ ແລະ​ ບັນ​ດາປະ​ເທດ​ອາ​ຊຽນ​ປັບ​ປຸງ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ສອງ​ຝ່າຍ

(VOVWORLD) -ນັບເວລາໂລກລະບາດ ໂຄວິດ - 19 ເກີດຂຶ້ນ, ທ່ານປະທານປະເທດ ສີຈິນຜີງ ໄດ້ຮັກສາການພົວພັນອັນສະໜິດສະໜົມ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ກັບບັນດາຜູ້ນຳ ອາຊຽນ ເພື່ອເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງສອງຝ່າຍ.

        ໃນວັນທີ 14 ພະຈິກ ທ່ານ ວາງອີ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບບັນດາເອກອັກຄະລັດກຖະທູດຂອງບັນດາປະເທດສະມາຊິກ ອາຊຽນ ຢູ່ປັກກີ່ງ. ທ່ານ ວາງອີ ໃຫ້ຮູ້ວ່ານັບເວລາໂລກລະບາດ ໂຄວິດ - 19 ເກີດຂຶ້ນ, ທ່ານປະທານປະເທດ ສີຈິນຜີງ ໄດ້ຮັກສາການພົວພັນອັນສະໜິດສະໜົມ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ກັບບັນດາຜູ້ນຳ ອາຊຽນ ເພື່ອເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງສອງຝ່າຍ.

        ທ່ານ ວາງອີ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເນັ້ນວ່າ ປີ 2022  ເປັນຂີນໝາຍ 20 ປີ ແຫ່ງການລົງນາມຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ( DOC) ແລະ ສະແດງຄວາມຫວັງວ່າ ຈີນ ຈະພ້ອມກັບບັນດາປະເທດອາຊຽນ ຍາດແຍງໃຊ້ໂອກາດນີ້ເພື່ອຊູກຍູ້ ການປືກສາໃຫ້ຄວາມຄິດເຫັນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຕ່າງໆຢູ່ທະເລຕາເວັນອອກ(COC) ບົນພື້ນຖານປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ. 

ຕອບກັບ

ຂ່າວ/ບົດ​ອື່ນ