ຈັນຍາບັນຂອງນັກທຸລະກິດ ແລະ ວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນສະພາບການໃໝ່

(VOVWORLD) - ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຢັ້ງຢືນວ່າ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ, ຖັນແຖວນັກທຸລະກິດ ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນທັງທາງດ້ານຈຳນວນ ແລະ ຄຸນນະພາບ...
ຈັນຍາບັນຂອງນັກທຸລະກິດ ແລະ ວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນສະພາບການໃໝ່ - ảnh 1ກອງປະຊຸມສຳມະນາຈັດຂຶ້ນຢູ່ຮ່າໂນ້ຍ

ເພື່ອສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ 13 ຕຸລາ, ວັນທີ 11 ຕຸລາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຈັນຍາບັນຂອງນັກທຸລະກິດ ແລະ ວັດທະນະທຳ ດຳເນີນທຸລະກິດ ຫວຽດນາມ ໃນສະພາບການໃໝ່”. ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຢັ້ງຢືນວ່າ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ, ຖັນແຖວນັກທຸລະກິດ ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນທັງທາງດ້ານຈຳນວນ ແລະ ຄຸນນະພາບ, ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຫຼາຍຂົງເຂດ. ເພື່ອສ້າງວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນສະພາບການປະຈຸບັນ, ຕ້ອງມີຄວາມເປັນເອກະພາບດ້ານແນວຄິດ, ລະດັບຄວາມຮັບຮູ້ໃນວົງການນັກທຸລະກິດກໍ່ຄືຂອງທົ່ວສັງຄົມກ່ຽວກັບບັນດາຄຸນຄ່າຈັນຍາບັນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວນຖັ້ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ:

        “ເມື່ອບັນດາຄຸນຄ່າວັດທະນະທຳ, ຈັນຍາບັນອັນດີງາມຊຶມເລິກເຂົ້າໃນການເຄື່ອນໄຫວເສດຖະກິດ, ຈຸດໝາຍພັດທະນາຂອງວິສາຫະກິດຈະຜ່ານຜ່າການຊອກຫາບັນດາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ກາຍເປັນພາລະກຳ ແລະ ຄວາມຮັບຜິດຊອບອຸທິດສ່ວນໃຫ້ແກ່ຄວາມວັດທະນາຖາວອນຂອງປະເທດຊາດ. ກ່ອນນີ້, ການອຸທິດສ່ວນຂອງວິສາຫະກິດ, ນັກທຸລະກິດຮັກຊາດໄດ້ສະແດງອອກຜ່ານການເຄື່ອນໄຫວປະກອບຊັບສິນ, ວັດຖຸເງິນທຶນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ແຕ່ປະຈຸບັນ, ການອຸທິດສ່ວນໄດ້ສະແດງອອກຜ່ານຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງຖັນແຖວວິສາຫະກິດ ແລະ ນັກທຸລະກິດສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ, ໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ ດ້ວຍເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.”

 

ຕອບກັບ

ຂ່າວ/ບົດ​ອື່ນ