ຈີນປະກາດແຜນການຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດຫວາງອີ

(VOVWORLD) -ວັນທີ 30 ເມສາ, ກະຊວງການຕ່າງປະເທດຈີນ ປະກາດວ່າທ່ານ ຫວາງອີ, ກຳມະການຜູ້ປະຈຳການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຈະໄປຢ້ຽມຢາມສປປ.ເກົາຫຼີ ໃນລະຫວ່າງວັນທີ 02 – 03 ພຶດສະພາ ຈະມາເຖິງ.

ຈີນປະກາດແຜນການຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດຫວາງອີ - ảnh 1 ທ່ານ ຫວາງອີ, ກຳມະການຜູ້ປະຈຳການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ

(ພາບ: Reuters)

ຕາມໂຄສົກກະຊວງການຕ່າງປະເທດຈີນ ລຸກາງ ແລ້ວ, ທ່ານລັດຖະມົນຕີຫວາງອີ ຈະໄປຢ້ຽມຢາມສປປ.ເກົາຫຼີ ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho. ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຖືກດຳເນີນພາຍຫຼັງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 3 ບັນລຸຜົນສຳເລັດ. ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມປະຫວັດສາດ Panmunjom, ໃນນັ້ນໃຫ້ຄຳໝັ້ນສັນຍາຈະອອກຖະແຫຼງການສິ້ນສຸດສົງຄາມໃນປີນີ້, ຢືນຢັນຄາດໝາຍລວມໃນການປອດອາວຸດນິວເຄຼຍໃນແຫຼມເກົາຫຼີ; ຕັ້ງໜ້າຊຸກຍູ້ບັນດາການເຈລະຈາ 3 ຝ່າຍ, ລວມທັງສ.ເກົາຫຼີ, ສປປ.ເກົາຫຼີ ແລະ ອາເມລິກາ ຫຼື ກົນໄກເຈລະຈາ 4 ຝ່າຍລວມທັງຈີນ, ເພື່ອກ້າວໄປເຖິງການລົງນາມໃນສັນຍາສັນຕິພາບ, ຢຸດຕິສົງຄາມໃນແຫຼມເກົາຫຼີ ແລະ ສ້າງພື້ນຖານສັນຕິພາບຢ່າງໝັ້ນຄົງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ