ຈີນ-ອາຊຽນເຫັນດີເພີ່ມທະວີການຮ່ວມມື

ຈີນ-ອາຊຽນເຫັນດີເພີ່ມທະວີການຮ່ວມມື - ảnh 1
(ພາບ​ປະ​ກອບ: caexpo.org)

(vovworld) - ​ຈີນ ແລະ ອ​າ​ຊຽນ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຜ່ານ​ການ​ເພີ່ມ​ທະ​ວີ​ຄວາມ​ເຄົາ​ລົບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ໜູນ​ຊ່ວຍ ແລະ ຮ່ວມ​ມື​ຕົວ​ຈິງກວ່າ​ອີກ. ຖ​​ະ​ແຫຼງ​ການ​ດັ່ງ​ກ່າວ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ 2 ຝ່າຍ​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມມ​ື​ຈີນ - ອາ​ຊຽນ ​ເຊິ່ງຖືກ​ດຳ​ເນ​ີນ​ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາອາ​ຊຽນ ຢູ່​ນະ​ຄອນ​ຫຼວງ​ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 10/04.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ອາ​ຊຽນ ​ຊຸຍ​ປຸ ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ​ ອາ​ຊຽນ ​ໄດ້​ຮັບບຸ​ລິ​ມະ​ສິດ​ອັນ​​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຈ​ີນ ແລະ ປັກ​ກິງ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຫຍ​່ກວ່າ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ. ຜູ້​ຕາງ​​ໜ້າ​ປະ​ຈຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ຫວັງ​ວ່າ​ຈະ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ອາ​ຊຽນ ແລະ ຈີນ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ