ຈຳນວນຕົວເລກກ່ຽວກັບຄວາມບາດເຈັບລົ້ມຕາຍໄດ້ເພີ່ມຂຶ້ນ ພາຍຫຼັງເຫດແຜ່ນດີນໄຫວຢູ່ ມຽນມາ ແລະ ໄທ
(VOVWORLD) - ຢ່າງໜ້າຍສຸດມີ 5 ຄົນເສຍຊີວິດ ແລະ 117 ຄົນຫາຍສາບສູນ ພາຍຫຼັງກິດຈະກຳຖືກລົ້ມພັງທະລາຍ....
ຕາມຂ່າວຈາກອຳນາດການປົກຄອງການທະຫານ ມຽໜມາ, ໄລ່ຮອດຕອນເຊົ້າວັນທີ 29 ມີນາ, ເຫດແຜ່ນດິນໄຫວມີຄວາມແຮງ 7.7 ອົງສາຣິກແຕ ຢູ່ Mandalay, ທາງພາກາງ ມຽນມາ ໄດ້ເຮັດໃຫ້ກ່ວາ 1000 ຄົນເສຍຊີວິດ, ເກືອບ 2380 ຄົນຖືກບາດເຈັບ ແລະ 30 ຄົນຖືກຫາຍສາບສູນ. ຮູບແບບຄາດຄະເນຂອງອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ຄາດວ່າ ຈຳນວນຜູ້ຖືກບາດເຈັບລົ້ມຕາຍອາດຈະຜ່ານຕົວເລກ 10.000 ຄົນ. ການລາຍງານໃນເບື້ອງຕົ້ນໃນວັນທີ 28 ມີນາໃຫ້ເຫັນວ່າ: ບັນດາຕຶກອາຄານ, ໂຮງໝໍ, ໂຮງຮຽນ ແລະ ສຳນັກງານເຮັດວຽກລັດຖະບານໄດ້ຖືກເຟເພຢູ່ຫຼາຍລະດັບແຕກຕ່າງກັນ.
ສ່ວນຢູ່ໄທ, ກຳລັງກູ້ໄພກູ້ຊີບພວມຊ່ວງເສັງກັບການເວລາ ເພື່ອຊາກຫາຜູ້ລອດຕາຍໃນຊາກຫັກພັງຂອງຕືກອາຄານພວມໄດ້ຮັບການກໍ່ສ້າງ ແລະ ຖືກລົມພັງທະລາຍ ຍ້ອນເຫດແຜ່ນດິນໄຫວຢູ່ນະຄອນຫຼວງ ບາງກອກ. ກຳລັງກູ້ໄພກູ້ຊີບໃຫ້ຮູ້ວ້າ, ຢ່າງໜ້າຍສຸດມີ 5 ຄົນເສຍຊີວິດ ແລະ 117 ຄົນຫາຍສາບສູນ ພາຍຫຼັງກິດຈະກຳຖືກລົ້ມພັງທະລາຍ. ທ່ານນາຍົກລັດຖະມົນຕີ ໄທ ນາງ Paetongtarn Shinawatra ໄດ້ໄປຢ້ຽມຢາມສະຖານທີ່ເກີດເຫດ ແລະ ໃຫ້ຮູ້ວ່າ: ສະພາບການຢູ່ ໄທ “ພວມຖືກຫລຸດລົງແລ້ວ” ແລະ ປຊຊ ສາມາດກັບເມືອບ້ານໄດ້. ນັບແຕ່ຕອນເຊົ້າວັນທີ 29 ມີນາ, ລົດໄຟ BTS ແລະ ລົດໄຟໃຕ້ດິນ MRT ຢູ່ ບາງກອກ ໄດ້ຟື້ນຟູການເຄື່ອໄຫວ ໃນຂະນະທີ່ບັນດາສູນຊື້ຂາຍໄດ້ເປີດປະຕູເປັນປົກກະຕິ.