ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຍີ່​ປຸ່ນ ລື່ນ​ກາຍ​ລະ​ດັບ 4 ລ້ານ​ຄົນ

(VOVWORLD) -ຢູ່ ອາເມລິກາ, ອຳນາດການປົກຄອງນະຄອນ ນິວຢອກ ແຈ້ງໃຫ້ຊາບວ່າ ໄດ້ເອົາພະນັກງານລັດຖະບານອອກການ 1.430 ຄົນ ຍ້ອນບໍ່ປະຕິບັດຂໍ້ບັງຄັບສັກວັກຊິນກັນໂຄວິດ - 19.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຍີ່​ປຸ່ນ ລື່ນ​ກາຍ​ລະ​ດັບ 4 ລ້ານ​ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຢູແກຼນ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ກຸມພາ (ຕາມເວລາ UTC) ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ 415,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,85 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດ ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 80 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ ອາເມລິກາ, ອຳນາດການປົກຄອງນະຄອນ ນິວຢອກ ແຈ້ງໃຫ້ຊາບວ່າ ໄດ້ເອົາພະນັກງານລັດຖະບານອອກການ 1.430 ຄົນ ຍ້ອນບໍ່ປະຕິບັດຂໍ້ບັງຄັບສັກວັກຊິນກັນໂຄວິດ - 19.

     ຢູ່ ອີຕາລີ, ຜູ້ອອກແຮງງານທຸກຄົນທີ່ມີອາຍຸສູງກວ່າ 50 ປີ, ນັບທັງໃນພາກລັດ ແລະ ພາກເອກະຊົນ, ຕ້ອງມີບັດຂຽວ, ໃບຢັ້ງຢືນການສັກວັກຊິນ ຫຼື ໃບຢັ້ງຢືນການປິ່ນປົວໂລກລະບາດໂຄວິດ -19 ຈຶ່ງໄປເຮັດວຽກໄດ້.

     ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຍີ່ປຸ່ນ ໄດ້ຊີ້ໃຫ້ເຫັນວ່າ ປະເທດນີ້ໄດ້ລື່ນກາຍລະດັບ 4 ລ້ານຄົນແລ້ວ, ນັບແຕ່ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລະບາດຢູ່ປະເທດນີ້ (16/01/2020) ມາຮອດປັດຈຸບັນ, ຍີ່ປຸ່ນ ຢັ້ງຢືນມີການແຜ່ລະບາດທັງໝົດ 6 ຮອບ. ໃນການແຜ່ລະບາດຮອບນີ້, ເຊື້ອໄວຣັດສາຍພັນ Omicron  ພວມແຜ່ລາມໄປທົ່ວປະເທດ ຍີ່ປຸ່ນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ລື່ນລະດັບ 4 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ