ຈຳນວນຜູ້ເສຍຊີວິດໃນກໍລະນີກ່ຳປັ່ນຈົ່ມນ້ຳຢູ່ອີຢິບເພີ່ມຂຶ້ນສູງ

ຈຳນວນຜູ້ເສຍຊີວິດໃນກໍລະນີກ່ຳປັ່ນຈົ່ມນ້ຳຢູ່ອີຢິບເພີ່ມຂຶ້ນສູງ - ảnh 1
ຈ​ຳ​ນວ​ນ​ຊ​າວ​ອົບ​ພະ​ຍົບ​ໄດ້​ກູຸ້​ເອົາ​ຊີ​ວິດ
(ພ​າບ: EPA)

(vovworld) - ບັນ​ດາ​ແຫຼ່ງ​ຂ່າວ​ສາ​ທາ​ລະ​ນະ​ສຸກ ອີ​ຢິບ ໃຫ້​ຮູ້​ວ່າ: ໄລ່​ຮອດ​ຕອນ​ບ່າຍ​ວັນ​ທີ 23/9, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ກໍ​ລະ​ນີ​ກ່ຳ​ປັ່ນ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ຈົ່ມ​ນ້ຳ​ຢູ່​​ບໍ​ລິ​ເວນທະ​ເລ​​ໃນນະ​ຄອນ​ທ່າ​ກ່ຳ​ປັ່ນ Rosetta ຂອງ​ປະ​ເທດນີ້​ໄດ້​ເພີ່ມ​ຂຶ້ນ 162 ຄົນ ແລະ ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈະ​ເພີ່ມ​ຂຶ້ນ​ຍ້ອນຫຼາຍ​ຄົນ​ຖືກ​ຫາຍ​ສາບ​ສ​ູນ.

        ກ່ຳ​ປັ່ນ​ຖືກ​ຈົ່ມ​ນ້ຳ​ເມື່ອ​ວັນ​ທີ 21/9, ຢູ່​ທະ​ເລ ເມ​ດີ​ຕາ​ຣາ​ເນ, ຫ່າງ​ຈາກ​ນະ​ຄອນ​ກ່ຳ​ປັ່ນ Rosetta ຂອງ ອີ​ຢິບ 12 ກ​ມ​ເມື່ອ​ພວມ​ຂົ​ນ​ສົ່ງ​ຊາວ​ອົບ​ພະ​ຍົບ​ກ່​ວາ 600 ຄົນ, ເປັນ​ຕົ້ນ​ແມ່ນ​ຜູ້​ຖື​ສັນ​ຊາດ ອີ​ຢິບ, ຊ​ູ​ດານ, ຊີ​ຣີ ແລະ ບາງ​ປະ​ເທດ ອາບ​ຟ​ຣີ​ກາ ອື່ນໆ​ອີກ. ຮອດ​ຕອນ​ບ່າຍ​ວັນ​ທີ 23/9, ກຳ​ລັງ​ກູ້​ໄພ​ກູ້​ຊີບ ອີ​ຢິບ ໄດ້​ຊອກ​ຫາ​​ຊາກ​ສົບ​ຂອງ 162 ຄົນ ແລະ ກູ້​ເອົາ​ຊີ​ວິດ​ຂອງ 164 ຄົນ, ໃນ​ນັ້ນ​ມີ​ພົນ​ລະ​ເມືອງ ອີ​ຢິບ 117 ຄົນ, ສ່ວນຍັງ​ເຫຼືອ​ແມ່ນ​ມາ​ຈາກ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ ແລະ ຕາ​ເວັນ​ອອກ​ກາງ.


ຂ່າວ/ບົດ​ອື່ນ