ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດບໍ່​ຫຍົກ​ຖະຫຼົມ​ຢູ່ ມຽນ​ມາ ພວມ​ເພີ່ມ​ຂຶ້ນ

(VOVWORLD) - ຕຳຫຼວດ ມຽນມາ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດບໍ່ຫຍົກຢູ່ ລັດ Kachin, ພາກເໜືອ ມຽນມາ ພັງຖະຫຼົ່ມລົງ, ໄດ້ເພີ່ມຂຶ້ນເປັນ 33 ຄົນແລ້ວ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດບໍ່​ຫຍົກ​ຖະຫຼົມ​ຢູ່ ມຽນ​ມາ ພວມ​ເພີ່ມ​ຂຶ້ນ - ảnh 1ສະພາບການເຫດບໍ່ຫຍົກພັງທະຫຼົ່ມ ຢູ່ Hpakant  ລັດ Kachin, ມຽນມາ, ວັນທີ 13/8/2023. (ພາບ: THX/TTXVN)

ວັນທີ 16 ສິງຫາ, ຕຳຫຼວດ ມຽນມາ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດບໍ່ຫຍົກຢູ່ ລັດ Kachin, ພາກເໜືອ ມຽນມາ ພັງຖະຫຼົ່ມລົງ, ໄດ້ເພີ່ມຂຶ້ນເປັນ 33 ຄົນແລ້ວ. ອຸປະຕິເຫດດັ່ງກ່າວ ເກີດຂຶ້ນໃນຕອນບ່າຍວັນທີ 13 ສິງຫາ ຢູ່ ບໍ່ຂຸດຄົ້ນຫຍົກຂອງ ມຽນມາ. ໃນເບື້ອງຕົ້ນ, ເຈົ້າໜ້າທີ່ທີ່ມີໜ້າທີ່ຮັບຜິດຊອບ ໄດ້ຢັ້ງຢືນວ່າ ມີຜູ້ຫາຍສາບສູນ 30 ຄົນ. ປັດຈຸບັນ, ຕຳຫຼວດ ໃຫ້ຮູ້ວ່າ ຍັງບໍ່ທັນຢັ້ງຢືນຈຳນວນຜູ້ຫາຍສາບສູນໄດ້ຢ່າງຊັດເຈນ ແຕ່ຖືວ່າ ຕົວເລກດັ່ງກ່າວອາດຈະເພີ່ມຂຶ້ນອີກ. ປະຊາຊົນທ້ອງຖິ່ນ ຄິດວ່າ ມີຜູ້ຫາຍສາບສູນ 36 ຄົນ. ປັດຈຸບັນ, ການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບຍັງສືບຕໍ່ດຳເນີນ.

ຕອບກັບ

ຂ່າວ/ບົດ​ອື່ນ