ຈຳ​ໜ່າຍ​ສະ​ແຕມ​ຊຸດ​ພິ​ເສດ “ເຮືອ​ນ​ຮ້ານ​ປະ​ທານ​ໂຮ່​ຈີ​ມິນ​ຢູ່​ເຂດ​ທຳ​ນຽບ​ປະ​ທານ​ປະ​ເທດ”

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 133 ປີ (19/05/1890 – 19/05/2023), ວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ, ໄດ້ຈຳໜ່າຍສະແຕມໄປສະນີຊຸດພິເສດ ທີ່ມີຫົວຂໍ້ “ເຮືອນຮ້ານປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ”.
ຈຳ​ໜ່າຍ​ສະ​ແຕມ​ຊຸດ​ພິ​ເສດ “ເຮືອ​ນ​ຮ້ານ​ປະ​ທານ​ໂຮ່​ຈີ​ມິນ​ຢູ່​ເຂດ​ທຳ​ນຽບ​ປະ​ທານ​ປະ​ເທດ” - ảnh 1ຊຸດສະແຕມ "ເຮືອນຮ້ານປະທານໂຮ່ຈີມິນໃນເຂດທໍານຽບປະທານປະທານປະເທດ” ສະແດງຮູບຖ່າຍປະທານໂຮ່ຈີມິນພວມເຮັດວຽກຢູ່ແຈຫ້ອງໃນເຮືອນຮ້ານ (ພາບ: nhandan.vn)

        ເຮືອນຮ້ານປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 15 ເມສາ 1958 ແລະ ກໍ່ສ້າງສຳເລັດໃນວັນທີ 17 ພຶດສະພາ 1958, ເຊິ່ງເປັນບ່ອນທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກເປັນໄລຍະເວລາດົນທີ່ສຸດ ໃນຊີວິດເຄື່ອນໄຫວປະຕິວັດຂອງເພິ່ນ. ຊຸດສະແຕມ "ເຮືອນຮ້ານປະທານໂຮ່ຈີມິນໃນເຂດທໍານຽບປະທານປະທານປະເທດ” ສະແດງຮູບຖ່າຍປະທານໂຮ່ຈີມິນພວມເຮັດວຽກຢູ່ແຈຫ້ອງໃນເຮືອນຮ້ານ, ແນະນຳກ່ຽວກັບບັນຍາກາດລວມຢູ່ເຮືອນຮ້ານ ແລະ ທັດສະນີຍະພາບຢູ່ທີ່ນີ້. ຊຸດສະແຕມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງສະຖາປັດຕະຍາກຳທີ່ລຽບງ່າຍ, ເຮັດໃຫ້ກິດຈະກຳເຮືອນຮ້ານ ໄດ້ກາຍເປັນສະຖາປັດຕະຍາກຳທີ່ເປັນເອກະລັກ, ມີສີສັນສະເພາະ ແຕ່ກໍມີຄວາມກົມກຽວກັບທຳມະຊາດ.

        ເນື່ອງໃນໂອກາດນີ້, ຢູ່ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ຈັດການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້: “65 ປີ ເຮືອນຮ້ານປະທານ ໂຮ່ຈີມິນ ຢູ່ເຂດທຳນຽບປະທານປະເທດ”.


ຕອບກັບ

ຂ່າວ/ບົດ​ອື່ນ