ຊຸກຍູ້ການພັດທະນາຕະຫຼາດໃຊ້ສອຍຫວຽດນາມ

ຊຸກຍູ້ການພັດທະນາຕະຫຼາດໃຊ້ສອຍຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ບັນ​ດາ​ຜູ້​ແທນ

(vovworld) – ​ຕອນ​ບ່າຍ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ສິນ​ຄ້າ​ໃຊ້​ສອຍ ຫວຽດ​ນາມ (VACOD). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ສະເໝີຕົ້ນສະເໝີປາຍຂອງ​ລັດ​ຖະ​ບານແມ່ນ​ມີຄວາມສ້າງ​ສັນ, ສັດ​ຊື່ບໍ​ລິ​ສຸດ, ມີການກະ​ທຳ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ສິນ​ຄ້າ​ໃຊ້​ສອຍ ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ, ມີຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລາ​ຄາ​ຖືກ, ຄຸນ​ນະ​ພາບ​ດີ, ຮັບ​ໃຊ້​ໃຫ້​ຜູ້​ບໍ​ລິ​ໂພກ ອຸ​ປະ​ໂພ​ກ, ສາມາດຄອງຕະຫຼາດ​ພາຍ​ໃນ. ສືບ​ຕໍ່​ປັບ​ປຸງ ແລະ ສ້າງ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ສະ​ມາ​ຊິກ, ປະ​ກອບ​ສ່ວນ​ເຂົ້າ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເຄື່ອງ​ໃຊ້​ສອຍ ຫວຽດ​ນາມ, ສືບ​ຕໍ່​ພັດ​ທະ​ນາ​ຕະຫຼາດເຄື່ອງ​ໃຊ້​ສອຍ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດຖະໜາວ່າ ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ເຄື່ອງ​ໃຊ້​ສອຍ ຫວຽດ​ນາມ ຈະພັດ​ທະ​ນາ​ຢ່າງ​ແຮງ, ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດຢ່າງເໝາະສົມ.


ຂ່າວ/ບົດ​ອື່ນ