ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ສ. ເກົາຫຼີ ຢ່າງຮອບດ້ານ

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ສ. ເກົາຫຼີ ຢ່າງຮອບດ້ານ - ảnh 1

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ, ວັນ​ທີ 24/4, ທ່ານ Chung Sye –kyun, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີ​ນ​ແຕ່ວັນ​ທີ 24 – 26/4. ຕາມ​ແຜນ​ການ​ແລ້ວ, ຕອນ​ເຊົ້າ​ວັນ​ທີ 25/4, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ພິ​ທີ​ຕ້ອນ​ຮັບ​ທາງ​ການ​ທ່ານ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ Chung Sye –kyun ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼ​ີ ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ. ພາຍຫຼັງ​ພິ​ທີ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

        ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ເດືອນ 12/1992 ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ ຫວຽດ​ນາມ - ສ. ເກົາຫຼີ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ. 2 ຝ່າຍ​ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ “ຄູ່​ຮ່ວມ​ມື​​ຮອບ​ດ້ານ​ໃນ​ສະ​ຕະ​ວັດ​ທີ 21” ໃນ​ປີ 2001 ແລະ ສືບ​ຕໍ່​ຍົກ​ລະ​ດັບ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​” ໃນ​ປີ 2009. ສິ່ງ​ດັ່ງ​ກ່າວ​ໄດ້​ຢັ້ງ​ຢືນ​ເຈດ​ຈຳ​ນົງ ແລະ ຄ​ວາມ​ຕັດ​ສິນ​ໃຈດ້ານ​ການ​ເມືອງ​ຂອງ​ການ​ນຳ ກໍ່​ຄື​ປະ​ຊາ​ຊົນ 2 ປະ​ເທດ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ການ​ເມືອງ​​ທີ່ສຳ​ຄັນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ ​ໃຫ້ພັດ​ທະ​ນາ​ຢູ່​​ລະ​ດັບ​ຍຸດ​ທະ​ສາດ​ໃໝ່​ໃນ​ທຸກໆ​ຂົງ​ເຂດ. ເມື່ອ​ຕີ​ລ​າ​ຄາ​ກ່​ຽວ​ກັບ​ການ​ພົວ​ພັນ 2 ປະ​ເທດ, ທ​່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ ເກົາຫຼີ ປະ​ຈຳ ຫວຽດ​ນາມ Lee Hyuk ຖື​ວ່າ:

        “​ມາ​ຮອດ​ປະ​ຈຸ​ບັນການ​ພົວ​ພັນ ສ. ເກົາຫຼີ ແລະ ຫວຽດ​ນາມ ໄດ້​ຄົບ​ຮອບ 25 ປີ​ແລ້ວ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ພົວ​ພັນ​ນີ້​ໄດ້​​ຮັບ​ການພັດ​ທະ​ນາ​ຢ່າງ​ແຮງ​​ໃນ​ທຸ​ກ​ດ້ານ. ພິ​ເສດ, ໃນ​ການ​ພົວ​ພັນ​ຮ່ວ​ມ​ມື​​ດ້ານເສດ​ຖະ​ກິດ, ສ. ເກົາຫຼີ ​ໄດ້ກາຍ​ເປັນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ທ​ີ່​ສຸດ​ຢູ່ ຫວຽດ​ນາມ. ປີ 2016, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ 2 ປະ​ເທ​ດ​ບັນ​ລຸ 45 ຕື້ USD, ຊ້ຳ​ບໍ່​ໜ​ຳ, ການ​ສົ່ງ​ອອກ​ຂອງ ສ. ເກົາຫຼີ ມາ ຫວຽດ​ນາມ ລື່ນ​ກາຍ​ການ​ສົ່ງ​ອອກ​ຂອງ ສ. ເກົາຫຼີ ໄປ​ຍັງ ຍີ່​ປຸ່ນ ຫຼາຍ”

        ມາ​ຮອ​ດ​ປະ​ຈຸ​ບັນ, ສ. ເກົາຫຼີ ກໍ່​ໄດ​້​ບື່ນ​ຕົ​ວ​ຂຶ້ນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ. ເມື່ອ​ຕີ​ລາ​ຄາ​ກ​່ຽວ​ກັບ​ການ​ໜູນ​ຊ່ວຍ​ຂອງ ສ. ເກົາຫຼີ ສຳ​ລັບ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮູຍ​ດົງ, ໃຫ້​ຮູ້​ວ່າ:

        “​ໂດ​ຍແມ່ນ​ປະ​ເທດ​ໄດ້​ຮັບ​ການ​ຕີ​ລາ​ຄາ​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ການ​ຫັນ​​ຈາກປະ​ເທດ​ໄດ້​ຮັບ​ກ​ານອຸ​ປະ​ຖຳ ກາຍ​ເປັນ​ປະ​ເທດ​ສະ​ໜອງ​ການ​ອຸ​ປະ​ຖຳ, ສ. ເກົາຫຼີ ໄດ້​ສະ​ຫງວນ​ການ​ໜ​ູນ​ຊ່ວຍ​ຫຼາຍ​ຢ່າງໃຫ້​ບັນ​ດາ​ປະ​ເທ​ດ​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ມີ ຫວຽດ​ນາມ, ທັງ​ດ້ານ​ວັດ​ຖຸ ແລະ ພຸມ​ປັນ​ຍາ. ​ຂ້າ​ພະ​ເຈົ້າ​ເອງ ມີ​ຄວາມ​ປະ​ທັບ​ໃຈ​​ຕໍ່​ໂຄງ​ການ​ແບ່ງ​ປັນ​ພຸມ​ປັນ​ຍາ​ໂດຍ​ກະ​ຊວງ​ຍຸດ​ທະ​ສາດ ແລະ ການ​ເງິນ ສ. ເກົາຫຼີ ອຸ​ປະ​ຖ​ຳ ເຊິ່ງໃນ​ນັ້ນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ໄດ້​ຮັບ. ຫວຽດ​ນາມ ໄດ້ ແລະ ພວມ​ຮ່ຳ​ຮຽນຫຼາຍ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ ສ ເກົາຫຼີ ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ”


ຕອບກັບ

ຂ່າວ/ບົດ​ອື່ນ