ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

(VOVWORLD) -ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
    ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ - ảnh 1ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ການປະຊຸມ

    ທີ່ການປະຊຸມ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເນັ້ນໜັກວ່າ ອາເມລິກາໃນປະຈຸບັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າ, ພ້ອມທັງແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກແຖວໜ້າໃນໂລກຂອງຫວຽດນາມ. ທ່ານພົນເອກໂຕເລີມ ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ, ປະຊາຄົມວິສາຫະກິດອາເມລິກາ ຈະຮ່ວມເດີນທາງພ້ອມກັບຫວຽດນາມດ້ວຍເນື້ອໃນຈິດໃຈ “ຄວາມກົມກຽວທາງດ້ານຜົນປະໂຫຍດ” ຍາດແຍ່ງເອົາໂອກາດ, ຊອກຫາທິດກ້າວເດີນໃໝ່ທີ່ແທດເໝາະເພື່ອແນໃສ່ຮັກສາ ແລະ ພັດທະນາການດຳເນີນທຸລະກິດໃນສະພາບການໃໝ່.

      ສ່ວນທ່ານ Michael Michalak ຮອງປະທານອາວຸໂສ ທັງເປັນຜູ້ອຳນວຍການບໍລິຫານພາກພື້ນຂອງ USABC ໄດ້ຕີລາຄາສູງບາດກ້າວຂະຫຍາຍຕົວຂອງການພົວພັນຮ່ວມມືລະຫວ່າງອາເມລິກາ-ຫວຽດນາມໃນໄລຍະຜ່ານມາ ແລະ ສະແດງຄວາມຫວັງວ່າ ໄລຍະຕໍ່ໄປ, ລັດຖະບານຫວຽດນາມເວົ້າລວມ ກໍຄືກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນເປັນປົກກະຕິຍາວນານຢູ່ຫວຽດນາມ. ທີ່ການປະຊຸມ, 2 ຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ກົດໝາຍວ່າດ້ວຍຄວາມປອດໄພທາງອິເຕີເນັດ, ດຳລັດວ່າດ້ວຍການຮັກສາຂໍ້ມູນສ່ວນຕົວ, ບັນຫາຊັບສິນທາງປັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ