ຊຸກຍູ້ການຮ່ວມມືຜະລິດກະສິກຳທີ່ມີຄຸນນະພາບສູງລະຫວ່າງຫວຽດນາມ-ຍີ່ປຸ່ນ

ຊຸກຍູ້ການຮ່ວມມືຜະລິດກະສິກຳທີ່ມີຄຸນນະພາບສູງລະຫວ່າງຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ
​ຕ້ອນ​ຮັບ​ທ່ານ Tsutomu Takebe
(ພາບ: TTXVN)

(vovworld) -​ ຕອນ​ບ່າຍ​ວັນ​ທີ 08/12, ຢູ່ຮ່າ​ໂນ້ຍ, ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tsutomu Takebe, ທີ່​ປຶກສາ​ພິ​ເສດສຳພັນ​ທະ​ມິດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ຢູ່​ທີ່ນ​ີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຕີ​ລາ​ຄາ​ສ​ູງນ້ຳ​ໃຈ​ເລິກ​ເຊິ່ງ, ຄວາມ​ສະ​ໜິດ​ຕິດ​ພັນ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໂດຍບໍ່​ຮູ້​ອິດບໍ່​ຮູ້​ເມື່ອຍ​ຂອງ​ທ່ານ Tsutomu Takebe ທີ່​ສະ​ຫງວນ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງສຳພັນ​ທະ​ມິດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນ​ການ​ເພີ່ມ​ທະ​ວີ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ແລະ ຍີ່​ປຸ່ນ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ປ່າ​ໄມ້, ​ການ​ປະ​ມົງ, ເພີ່ມ​ທະ​ວ​ີ​ການ​ໜູນ​ຊ່ວຍ​ຊາວກ​ະ​ສິ​ກອນ​ຫວຽດ​ນາມ ຮ່ຳ​ຮ​ຽນ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຕາມ​ຮູບ​ແບບ​ຂອງ​ຍີ່​ປຸ່ນ; ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສົ່ງ​ນັກ​ຝຶກ​ງານ​ຫວຽດ​ນາມ ໄປ​ຍີ່​ປຸ່ນ​ ເພື່ອ​ຮ່ຳ​ຮຽນ, ຄົ້ນ​ຄວ້າ.

        ສ່ວນ​ທ່ານ Tsutomu Takebe ໄດ້​ແບ່ງ​ປັນ​ບັນ​ດາ​ຜົນ​ງານ​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ຍີ່​ປຸ່ນ. ກ່​ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ Tsutomu Takebe ເອງ ແລະ ສຳພັນ​ທະ​ມິດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະ​ຕັ້ງ​ໜ້າ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງຂອງ​ຫວຽດ​ນາມ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກຳ​ທີ​ມີ​ຄຸນ​ນະ​ພາບ​ສູງ​ຕາມ​ຮູບ​ແບບ​ຂອງ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ