ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ເງະ​ອານ ອອກສູ່ຕ່າງ​ປະ​ເທດ

(VOVWORLD) - ໂດຍປະຕິບັດມະຕິສະບັບເລກທີ 59 ຂອງກົມການເມືອງວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ສະຫະພັນບັນດາອົງການມິດຕະພາບແຂວງ ເງະອານ ໄດ້ຈັດຫຼາຍກິດຈະກຳການທູດປະຊາຊົນ ແນໃສ່ໂຄສະນາວັດທະນະທຳ, ຜະລິດຕະພັນທ່ອງທ່ຽວຂອງ ເງະອານ ອອກສູ່ຕ່າງປະເທດ. 
ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ເງະ​ອານ ອອກສູ່ຕ່າງ​ປະ​ເທດ - ảnh 1ການເຄື່ອນໄຫວທັດສະນະສຶກສາຄົ້ນຫາວັດທະນະທຳບັນດາເຜົ່າຢູ່ແຂວງ ເງະອານ

ທ່ານ ຫງວຽນຮົ່ງກີ່, ຮອງປະທານຜູ້ປະຈຳການສະຫະພັນບັນດາອົງການມິດຕະພາບແຂວງ ເງະອານ, ໃຫ້ຮູ້ວ່າ ຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ມອບໃຫ້ ສະຫະພັນແຂວງ ໂຄສະນາ, ແນະນຳ ແລະ ເປັນຂົວຕໍ່ລະຫວ່າງ ເງະອານ ກັບເພື່ອນມິດສາກົນໃນການໂຄສະນາສີສັນວັດທະນະທຳ, ການທ່ອງທ່ຽວ, ພາບພົດປະຊາຊົນ ເງະອານ, ຈາກນັ້ນສ້າງບັນດາກິດຈະກຳພົບປະແລກປ່ຽນວັດທະນະທຳລະຫວ່າງທ້ອງຖິ່ນ ກັບບັນດາຄູ່ຮ່ວມມືສາກົນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານກ່າວວ່າ:

        “ຄະນະພັກແຂວງ ເງະອານ ກໍໄດ້ສ້າງກອບນິຕິກຳເພື່ອໃຫ້ສະຫະພັນມີເງື່ອນໄຂໂຄສະນາການທ່ອງທ່ຽວຢູ່ບັນດາທ້ອງຖິ່ນຕື່ມອີກ, ກໍຄືຈັດບັນດາຄະນະໄປທັດສະນະສຶກສາເພື່ອໂຄສະນາຜະລິດຕະພັນ OCOP, ຜະລິດຕະພັນທ່ອງທ່ຽວຂອງພໍ່ແມ່ປະຊາຊົນບັນດາເຜົ່າຂອງແຂວງ ເງະອານ. ພ້ອມດຽວກັນນັ້ນ, ສະຫະພັນກໍຍູ້ແຮງການຫັນເປັນດີຈີຕອນ, ເຕັກໂນໂລຢີ, ເສດຖະກິດສີຂຽວ, ແນະນຳຊັບພະຍາກອນທຳມະຊາດ, ສີສັນວັດທະນະທຳຂອງດິນແດນ ເງະອານ… ເພື່ອມຸ່ງໄປເຖິງຄວາມປາດຖະໜານຳແຂກທ່ອງທ່ຽວພາຍໃນ, ຕ່າງປະເທດເຂົ້າຮ່ວມການທ່ອງທ່ຽວສີຂຽວ, ຈາກບັນດາຮູບແບບເສດຖະກິດສີຂຽວ, ເສດຖະກິດສະອາດໃນໄລຍະຈະມາເຖິງ.”

 


ຕອບກັບ

ຂ່າວ/ບົດ​ອື່ນ