ຢາລາຍ ປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ 451 ຫຼັງ ໃນ “ບັ້ນ ກວາງຈູງ”
(VOVWORLD) - ໄລ່ຮອດວັນທີ 8 ທັນວາ, ຈຳນວນເຮືອນທີ່ຕ້ອງກໍ່ສ້າງໃໝ່ທັງໝົດໄດ້ເລີ່ມລົງມືກໍ່ສ້າງ. ໃນນັ້ນ, 451 ຫຼັງໄດ້ຮັບການກໍ່ສ້າງສຳເລັດ ຫຼື ໃກ້ຈະສຳເລັດ.
ພະນັກງານ, ນັກຮົບໂຮງຮຽນການທະຫານ ຜັນຂະຫຍາຍການກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຢູ່ຕາແສງ ໂງເມີຍ, ແຂວງ ຢາລາຍ (ພາບ: VOV) |
ພາຍຫຼັງຜັນຂະຫຍາຍ “ບັ້ນ ກວາງຈູງ” ພຽງແຕ່ໄດ້ 10 ວັນ (ແຕ່ວັນທີ 01 – 10 ທັນວາ), ແຂວງ ຢາລາຍ ໄດ້ເລີ່ມລົງມືກໍ່ສ້າງ ແລະ ປະຕິບັດສຳເລັດ 70% ໃນຈຳນວນເຮືອນຢູ່ທັງໝົດ 674 ຫຼັງທີ່ຖືກເສຍຫາຍທັງໝົດຍ້ອນນ້ຳຖ້ວມ, ພ້ອມດຽວກັນນັ້ນ ກໍຍູ້ໄວການສ້ອມແປງເຮືອນທີ່ຖືກເປ່ເພຢ່າງໜັກໜ່ວງ.
ໄລ່ຮອດວັນທີ 8 ທັນວາ, ຈຳນວນເຮືອນທີ່ຕ້ອງກໍ່ສ້າງໃໝ່ທັງໝົດໄດ້ເລີ່ມລົງມືກໍ່ສ້າງ. ໃນນັ້ນ, 451 ຫຼັງໄດ້ຮັບການກໍ່ສ້າງສຳເລັດ ຫຼື ໃກ້ຈະສຳເລັດ. ແຂວງ ຢາລາຍ ໃຫ້ຄຳໝັ້ນສັນຍາວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ສຳເລັດກ່ອນວັນທີ 25 ມັງກອນ 2026. ກ່ຽວກັບການສ້ອມແປງເຮືອນຢູ່, ທົ່ວແຂວງມີ 31.000 ຫຼັງ ຕ້ອງການສ້ອມແປງ. ໄລ່ຮອດປັດຈຸບັນ, ມີເຮືອນເກືອບ 90% ໄດ້ຮັບການກໍ່ສ້າງສ້ອມແປງສຳເລັດ. ສ່ວນທີ່ຍັງເຫຼືອຈະໄດ້ຮັບການແກ້ໄຂໃນເດືອນທັນວາ 2025 ແລະ ປະຕິບັດໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026