(VOVWORLD) - ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ໂອ້ລົມສົນທະນາກັບຊາວກະສິກອນ) |
ຕອນເຊົ້າວັນທີ 10 ທັນວາ, ທີ່ການເຂົ້າຮ່ວມນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025 ດ້ວຍຫົວຂໍ້: “ນຳໃຊ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນໃນຊາວກະສິກອນ”, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ກະສິກຳ, ຊາວກະສິກອນ, ຊົນນະບົດ ຍາມໃດກໍ່ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ.
ຕໍ່ໜ້າບັນດາຜູ້ແທນຊາວກະສິກອນ, ສະຫະກອນ, ວິສາຫະກິດ ແລະ ບັນດານັກຊ່ຽວຊານ, ນັກວິທະຍາສາດ ປະມານ 150 ທ່ານ, ທ່ານນາຍົກລັດຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາຄື: ກົນໄກ, ນະໂຍບາຍເພື່ອຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີໃຫ້ຊາວກະສິກອນ, ສ້າງໂຄງການໜູນຊ່ວຍທຶນ, ໃຫ້ບຸລິມະສິດດ້ານພາສີໃຫ້ແກ່ຊາວກະສິກອນ…
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍເນັ້ນໜັກເຖິງຄວາມຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງ ອີຊີ ສຳລັບອາຊີບຫາປາ ຫວຽດນາມ ໃນປີນີ້.