ຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນໃນໂຮງຮຽນ

(VOVWORLD) - ນີ້ແມ່ນ 2 ໃນຈຳນວນບັນດາຮາກຖານການສຶກສາທີ່ມີຄຸນນະພາບສູງແຖວໜ້າຂອງ ຮ່າໂນ້ຍ.
ຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນໃນໂຮງຮຽນ - ảnh 1(ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ມອບຫ້ອງທົດປະຕິບັດຕົວຈິງການສຶກສາ Stem)

       ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2025), ຕອນບ່າຍວັນທີ 14 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ມອບຫ້ອງປະຕິບັດຕົວຈິງການສຶກສາ Stem ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍລົງເລິກຂະແໜງ ຮ່າໂນ້ຍ - Amsterdam ແລະ ມັດທະຍົມຕອນຕົ້ນ ເກົ່າໄຢ. ນີ້ແມ່ນ 2 ໃນຈຳນວນບັນດາຮາກຖານການສຶກສາທີ່ມີຄຸນນະພາບສູງແຖວໜ້າຂອງ ຮ່າໂນ້ຍ.

        ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ແມ່ນບົດຮຽນຕົວຈິງເພື່ອເພີ່ມເຕີມໃຫ້ຮ່າງມະຕິຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ດ້ານການສຶກສາໃນສັງກາດໃໝ່. ທ່ານໃຫ້ຮູ້ວ່າ, ເປົ້າໝາຍຂອງພັກແມ່ນສ້າງພື້ນຖານການສຶກສາໃໝ່, ຮອບດ້ານ, ທຽບເທົ່າກັບໂລກ ແຕ່ຍັງຮັກສາສີສັນວັດທະນະທຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ