ຊຸດສະແຕມຂອງຫວຽດນາມໄດ້ຮັບການຈຳໜ່າຍຈາກບັນດາປະເທດອາຊຽນ

ຊຸດສະແຕມຂອງຫວຽດນາມໄດ້ຮັບການຈຳໜ່າຍຈາກບັນດາປະເທດອາຊຽນ   - ảnh 1
ຊຸດ​​ສະ​ແຕມຂອງ​ຫວຽດນາມ ​​​ຈະໄດ້​ຮັບ​ການຈຳໜ່າຍ​
ຈາກ 10 ​ປະ​ເທດ​ໃນ​ອາ​ຊຽນ

(ພາບອີນເຕີແນັສ)

(vovworld) – ຊຸດ​​ສະ​ແຕມຂອງ​ຫວຽດນາມ ​​​ຈະໄດ້​ຮັບ​ການຈຳໜ່າຍ​ຈາກ 10 ​ປະ​ເທດ​ໃນ​ອາ​ຊຽນ ​ໃນ​ວັນ​ທີ 08/08, ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ເຫດການ​ສະ​ເໜີ​ຕົວ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015 ຢ່າງ​ເປັນ​ທາງ​ການ. ຊຸດ​​ສະ​ແຕມ (​ແບບ​ໜຶ່ງ) ​ໂດຍ​ນັກ​ແຕ້ມ​ ຫວູກຽມ​ລຽນ ອອກ​ແບບ ​ແລະ ຍາດ​ໄດ້​ລາງວັນ​ທີ 1 ​ໃນ​ການ​ປະ​ກວດ​ສະ​ແຕມ​ອາ​ຊຽນ ​ເຊິ່ງຖືກ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 15 – 17/02, ຢູ່​ໄທ. ຊຸດ​ສະ​ແຕມ ​ໄດ້​ປະກອບສ່ວນ​ໂຄສະ​ນາ, ​ແນະນຳ​ໃຫ້​ປະຊາຊົນ​ປະມານ 600 ລ້ານ​ຄົນ​ຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຮູ້ຈັກ​ເຫດການ​ສະ​ເໜີ​ຕົວ​ປະຊາ​ຄົມ​ອາ​ຊຽນ ທີ່​ຈະ​ມາ​ເຖິງ.

        ດ້ວຍ​ຫົວ​ຂໍ້ “ຂໍ່ານັບ​ຮັບ​ຕ້ອນ​ປະຊາ​ຄົມ​ອາ​ຊຽນ - ວິ​ໄສ​ທັດດຽວ, ສີສັນ​ດຽວ ​ແລະ ປະຊາ​ຄົມ​ດຽວ”, ຊຸດ​ມະ​ແຕມ ​ໄດ້​ແຕ້ມ​ຮູບ​ທຸງຊາດ​ຂອງ 10 ປະ​ເທດ​ອາ​ຊຽນ, ສ້າງ​ເປັນ​ດອກ​ໄມ້​ທີ່​ປະ​ທັບ​ໃຈ. ຢູ່​ທາງ​ລຸ່ມ​​ໄດ້ແຕ້ມຮູບ​ຕົ້ນເຂົ້າ​ເຫຼືອ​ງ, ສະ​ແດງ​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ຊື່​ງໄດ້​ຮັບ​ການ​ພັດທະນາ​ຈາກ​ກະສິກຳ​ເປັນ​ຕົ້ນ, ມີ​ຄວາມ​ສາມາດບົ່ມ​ຊ້ອນດ້ານ​​ເສດຖະກິດກະສິກຳ​ອັນໃຫຍ່ຫຼວງ.

ຂ່າວ/ບົດ​ອື່ນ