ຊີຣີຄັດຄ້ານທຸກຄວາມມານະພະຍາຍາມຫັນເປັນສະຫະລັດ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຊີຣີ Walid Al Muallem
(ພາບ: AFP/TTXVN)
(vovworld) – ວັນທີ 12/03, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຊີຣີ Walid Al Muallem ໃຫ້ຮູ້ວ່າ, ລັດຖະບານຊີຣີ ຄັດຄ້ານທຸກການເຈລະຈາກ່ຽວກັບຄວາມສາມາດຫັນປະເທດຕາເວັນອອກກາງນີ້ເປັນສະຫະລັດ, ພ້ອມທັງເນັ້ນໜັກຄວາມເປັນເອກະພາບຂອງປະເທດຊາດ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Damascus, ທ່ານ Walid Al Muallem ຖະແຫຼງວ່າ, ປະຊາຊົນຊີຣີ ຈະປະຕິເສດບໍ່ວ່າຄວາມມານະພະຍາຍາມໃດໆແນໃສ່ແບ່ງແຍກຊີຣີ. ກ່ຽວຂ້ອງເຖິງການເຈລະຈາທາງອ້ອມລະຫວ່າງຜູ້ຕາງໜ້າລັດຖະບານຊີຣີ ແລະ ຝ່າຍຄ້ານ, ຄາດວ່າຖືກດຳເນີນໃນວັນທີ 14/03 ຢູ້ຊີແນວ, ປະເທດສະວິດ, ທ່ານ Walid Al Muallem ຖະແຫຼງວ່າ Damascus ບໍ່ຍອມຮັບການເຈລະຈາກ່ຽວຂ້ອງເຖິງປະທານາທິບໍດີຄົນປະຈຸບັນ Bashar Al Assad. ທ່ານ Walid Al Muallem ກໍຖະແຫຼງວ່າ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ Staffan de Misrura ບໍ່ມີສິດປຶກສາຫາລືກ່ຽວກັບບັນດາການເລືອກຕັ້ງປະທານາທິບໍດີໃນອະນາຄົດຂອງຊີຣີ.