ຊີຣີດັບສູນພາກສ່ວນລຸກ ຮຶ້ຂຶ້ນເກືອບ 80 ຄົນ ຢູ່ Homs


ຊີຣີດັບສູນພາກສ່ວນລຸກ ຮຶ້ຂຶ້ນເກືອບ 80 ຄົນ ຢູ່ Homs - ảnh 1

(ພາບປະກອບ: AFP)

 (vovworld)- ​ ໜັງສືພິມ​ລາຍ​ວັນ Al Watan ສະບັບ​ອອກວັນ​ທີ 6/4 ​ໄດ້​ໃຫ້​ຂ່າວ​ວ່າ: ​ມີ​ພາກສ່ວນລຸກ​ຮຶ້ຂຶ້ນຢ່າງ​ໜ້ອຍ​ສຸດ 75 ຄົນ​ຖືກ​ດັບ​ສູນ​ໃນ​ຂະນະ​ທີ່​ກອງທັບ​ຊີຣີ ບຸກ​ໂຈມ​ຕີ​ເຂົ້າບັນດາ​ທີ່​ຕັ້ງຂອງ​ກຳລັງ​ນີ້​ຢູ່​ແຂວງ Homs ທາງ​ພາກ​ກາງຊີຣີ. ນັກຮົບ​ຊີຣີ ບຸກ​ໂຈມ​ຕີ​ເຂົ້າບັນດາ​ທີ່​ຕັ້ງຂອງ​ທະຫານ​ລຸກ​ຮຶ້ຂຶ້ນ​ຢູ່​ເຂດ Jub al Jarrah ທາງ​ທິດຕາ​ເວັນ​ອອກ​ແຂວງ Homs ​ແລະ ດັບ​ສູນກ່ວາ 75 ຄົນ. ​ໃນ​ຈຳນວນ​ເຫຼົ່ານັ້ນມີ​ບັນດາ​ສະມາຊິກ​ຕ່າງປະ​ເທດ​ຂຶ້ນ​ກັບ​ແນວ​ໂຮມ Nusra ຊື່​ງ​ແມ່ນ​ສາຂາ​ທາງ​ການ​ຂອງ ອານ​ເກ​ດາ ຢູ່​ຊີຣີ ​ແລະ ​ແນວ​ໂຮມ​ອິດ​ຊະລາ​ມ. ​ແລະ ກໍ່ຢູ່​​ໃນ​ແຂວງ Homs, ພາກສ່ວນ​ລຸກ​ຮຶ້ນຂຶ້ນ​ກ່ວາ 30 ຄົນ​ຖືກ​ເສຍ​ຊີວິດ​ໃນ​ເຫດ​ສາງ​ລູກປືນ​ລະ​ເບີດ. ​ໃນ​ຈຳນວນ​ຜູ້ເສຍ​ຊີວິດ​​ມີ​ທ່ານ Abdul Qader Juma ປະທານ​ສະພາ​ການທະຫານຂອ​ງກອງທັບ​ຊີຣີ ​ເສລີ ​ແລະ ທ່ານ​ Eyad Zugaub ຜູ້​ບັນຊາ​ການ​ສະໜາມ​ຮົບ​ຂອງ​ກຳລັງ​ນີ້. ສາງ​ລູກ​ປືນ​ລະ​ເບີດ​ຂຶ້ນ​ພາຍຫຼັງ​ຖືກ​ລູກສອນ​ໄຟ Grad ຂອງ​ກອງທັບ​ລັດຖະບານ​ຍິງ​ໃສ່./.

ຂ່າວ/ບົດ​ອື່ນ