ຊາວ ​ຫວຽດ​ນາມ​ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ຄັ້ງ​ຄວາມ​ຫວັງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

(VOVWORLD) - ຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນໂດເນເຊຍ ມີຄວາມຄາດຫວັງວ່າກອງປະຊຸມໃຫຍ່ຈະເປີດເສັ້ນທາງໃໝ່ໃຫ້ແກ່ປະເທດຊາດ.
ຊາວ ​ຫວຽດ​ນາມ​ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ຄັ້ງ​ຄວາມ​ຫວັງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ - ảnh 1ທ່ານ ທ້າຍແທັງລອງ, ຫົວໜ້າຄະນະຕິດຕໍພົວພັນສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ອິນໂດເນເຊຍ
(ພາບ: VOV) 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນຂີດໝາຍສຳຄັນໃນວິວັດການພັດທະນາປະເທດຊາດ. ຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນໂດເນເຊຍ ມີຄວາມຄາດຫວັງວ່າກອງປະຊຸມໃຫຍ່ຈະເປີດເສັ້ນທາງໃໝ່ໃຫ້ແກ່ປະເທດຊາດ. ທ່ານ ທ້າຍແທັງລອງ, ຫົວໜ້າຄະນະຕິດຕໍພົວພັນສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຮູ້ວ່າ:

ຂ້າພະເຈົ້າຍາມໃດກໍ່ຕິດຕາມ ແລະ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່, ຍ້ອນວ່າແຕ່ລະລັດຖະນະໂຍບາຍຕັດສິນຂອງພັກລ້ວນແຕ່ໄດ້ຕິດພັນກັບອະນາຄົດ ແລະ ຖານະບົດບາດຂອງປະເທດຊາດ, ກໍ່ຄືໃນອະນາຄົດຂອງປະຊາຊົນ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈະເລືອກເອົາຖັນແຖວພະນັກງານການນຳ ອາດສາມາດສ້າງບາດກ້າວບຸກທະລຸໃຫ້ແກ່ປະເທດຊາດໃນໄລຍະຈະມາເຖິງ. ໂດຍແມ່ນຜູ້ຄົນເຮັດວຽກກັບວິສາຫະກິດ ຫວຽດນາມ ຢູ່ ອິນໂດເນເຊຍ, ຂ້າພະເຈົ້າກໍ່ມີຄວາມປາດຖະນາຢາກໃຫ້ປະເທດຊາດພັດທະນາແບບຍືນຍົງ, ຄຸ້ມຄອງມີປະສິດທິຜົນ, ລະບົບກົດໝາຍເປັນປົກກະຕິ ແລະ ສະພາບແວດລ້ອມແຫ່ງການລົງທຶນມີຄວາມໂປ່ງໄສ, ຂ້າພະເຈົ້າຫວັງວ່າ ພັກ ແລະ ລັດ ຈະສືບຕໍ່ສ້າງສະພາບແວດລ້ອມດ້ານນິຕິກຳທີ່ມີຄວາມສະດວກກວ່າອີກເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກັບເມືອເຮັດວຽກ, ລົງທຶນ ແລະ ຄົ້ນຄ້ວາ.

ຕອບກັບ

ຂ່າວ/ບົດ​ອື່ນ