ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 3 ໂຄງການລົງທຶນຮາກຖານວັດຖຸ ໃຫ້ແກ່ບັນດາໂຮງຮຽນພິເສດ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ຕອນບ່າຍວັນທີ 11 ມັງກອນ, ຢູ່ໄທງວຽນ ແຂວງເຂດພູສູງທາງທິດເໜືອ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 3 ໂຄງການລົງທຶນຮາກຖານວັດຖຸໃຫ້ແກ່ບັນດາໂຮງຮຽນພິເສດ: ໂຮງຮຽນມັດທະຍົມຕອນປາຍເຂດພູສູງ ຫວຽດບັກ, ໂຮງຮຽນກຽມມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ ແລະ ໂຮງຮຽນກຽມມະຫາວິທະຍາໄລ ຊົນເຜົ່າເຊິ່ມເຊີນ. ນີ້ແມ່ນບັນດາໂຄງການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ. ທ່ານໃຫ້ຮູ້ວ່າ
ການລົງທຶນກໍ່ສ້າງບັນດາໂຮງຮຽນເຂດພູສູງ, ຊົນເຜົ່າສ່ວນໜ້ອຍ ແມ່ນການລົງທຶນໃຫ້ແກ່ການພັດທະນາ, ການລົງທຶນໃຫ້ແກ່ນ້ຳໃຈຊົນຊາດ, ພໍ່ແມ່ພີ່ນ້ອງ. ການສຶກສາລູກຫຼາຍຊາວຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນການສອນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນຂໍ້ກຸນແຈ່ ເພື່ອເປີດອອກໂອກາດພັດທະນາ, ສ້າງການຫາເງິນລ້ຽງຊີບຍາວນານ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກສາສະຖຽນລະພາບການເມືອງ ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.