ອາເມລິກາ ປະກາດສະພາບສຸກເສີນ ແນໃສ່ຮັກສາແຫຼ່ງລາຍຮັບຈາກນ້ຳມັນບໍ່ຂອງ ເວນີຊູເອລາ
(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ ເວນາຊູເອລາ ຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ...
ວັນທີ 10 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດ ປະກາດສະພາບສຸກເສີນລະດັບຊາດ ແນໃສ່ “ຮັກສາແຫຼ່ງລາຍຮັບຈາກນ້ຳມັນບໍ່ຂອງ ເວນີຊູເອລາ ທີ່ກຳລັງຢູ່ໃນບັນຊີຕ່າງໆຂອງກະຊວງການເງິນ ອາເມລິກາ ອອກຈາກໄພຖືກປິດລ້ອມ ຫຼືບັນດາລະບຽບການນິຕິກຳ. ລັດຖະດຳລັດສະບັບນີ້ ຮັບປະກັນຮັກສາແຫຼ່ງກອງທຶນດັ່ງກ່າວ ເພື່ອຮັບໃຊ້ບັນດາເປົ້າໝາຍນະໂຍບາຍການຕ່າງປະເທດຂອງ ອາເມລິກາ.
ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ ເວນາຊູເອລາ ຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ, ໃນສະພາບການບັນດາຖ້ຽວບິນສາກົນໄດ້ເຊື່ອມຕໍ່ຄືນໃໝ່ແລ້ວ. ກົມກົງສູນ ອາເມລິກາ ໃສ່ໃຈວ່າ: ປະຈຸບັນ, ປະເທດນີ້ໄດ້ຈັດວາງລະດັບເຕືອນໄພໄປມາສູງສຸດ (ລະດັບ 4-ອັນຕະລາຍທີ່ສຸດ) ສຳລັບ ເວເນຊູເອລາ.