ເຫດ​ການ​ບິງ​ປືນ​ຢູ່​ລັດ Mississippi, ອາ​ເມ​ລິ​ກາ, ເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ

(VOVWORLD) - ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point...

ວັນທີ 10 ມັງກອນ, ເທດສະບານ West Point, ທາງທິດຕາເວັນອອກລັດ Mississippi ປະເທດອາເມລິກາ ຖືກສັ່ນສະເທືອນຍ້ອນເຫດການຍິງປືນຢູ່ຫຼາຍສະຖານທີ່ ຊື່ງເຮັດໃຫ້ 6 ຄົນເສຍຊີວິດ. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໃສໃນວັນດຽວກັນໂດຍທັນທີ ແລະ ພວມສືບສວນຫາເສຍເຫດ.

   ທ່ານ Eddie Scott ຫົວໜ້າຕຳຫຼວດບ້ານ Clay ໄດ້ເອົາລົງບົດຂຽນໃນສື່ສັງຄົມ Facebook ໂດຍໃຫ້ຮູ້ວ່າ: ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point, ມໍ່ກັບເຂດຊາຍແດນກັບລັດ Alabama. ທ່ານ Scott ຢືນຢັນວ່າ ຜູ້ຖືກສົງໃສໄດ້ຖືກຈັບຕົວແລ້ວ ແລະ ບໍ່ມີບໍ່ວ່າໄພນາບຂູ່ໃດໆສຳລັບເຂດຊຸມຊົນ. ອົງການປະຕິບັດກົດໝາຍພວມຕັ້ງໜ້າສືບສວນ ແລະ ຈະອັບເດັດຂໍ້ມູນຂ່າວໂດຍໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ