ຊາວຍີ່ປຸ່ນຊາວແຫ່ຂະບວນປະທ້ວງຄັດຄ້ານການຈັດສັນເຂດຖານທີ່ໝັ້ນການທະຫານຂອງອາເມລິກາຄືນໃໝ່

ຊາວຍີ່ປຸ່ນຊາວແຫ່ຂະບວນປະທ້ວງຄັດຄ້ານການຈັດສັນເຂດຖານທີ່ໝັ້ນການທະຫານຂອງອາເມລິກາຄືນໃໝ່ - ảnh 1
ເຂດ​ຖານທີ່​ໝັ້ນ​ກອງທັບ​ອາກາດ Futenma
(ພາບ: AFP)

(vovworld) – ​    ວັນ​ທີ 21/02, ມີ​ປະຊາຊົນປະມານ 28.000 ຄົນ​ໄດ້ພາກັນ​ຢືນ​ອ້ອມ​​ແອ້ມສຳນັກງານ​ສະພາ​ແຫ່ງຊາດ ຍີ່ປຸ່ນ ຢູ່​ນະຄອນຫລວງ ​ໂຕ​ກຽວ ​ເພື່ອ​ຄັດຄ້ານ​ເລື່ອງ​ຈັດ​ສັນ​ເຂດຖານ​ທີ່​ໝັ້ນ​ກອງທັບ​ອາກາດ Futenma ຂອງ ອາ​ເມ​ລິ​ກາ ຄືນ​ໃໝ່ ຢູ່​ແຂວງ Okinawa. ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ເລື່ອງ​ກໍ່ສ້າງ​ດັ່ງກ່າວ ກໍ່​ດຳ​ເນີນ​ໄປ​ຢູ່​ນະຄອນ​ຕ່າງໆ​ຄື: Toyama, Okayama, Nagoya  ແລະ Osaka. ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ຊຶ່ງພວມ​ສົ່ງ​ເສີມ​ແຜນການ​ເຄື່ອນ​ຍ້າຍ​ເຂດ​ຖານທີ່​ໝັ້ນ​ກອງທັບ​ອາກາດ Futenma ຂອງ ອາ​ເມ​ລິ​ກາ ຈາກ​ເມືອງ Ginowan ​​ໄປ​ຍັງ​ເທດສະບານ​ເມືອງ Henoko ຂອງ​ນະຄອນ Nago ຂຶ້ນ​ກັບ​ແຂວງ Okinawa. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊາວ​ທ້ອງ​ຖິ່ນ​ຄັດຄ້ານ​ແຜນການ​ດັ່ງກ່າວ​ຢ່າງຮຸນ​ແຮງ ​ແລະ ຮຽກຮ້ອງ​​ໃຫ້ເຄື່ອນ​ຍ້າຍ​ເຂດ​ຖານທີ່​ໝັ້ນ​ດັ່ງກ່າວ​ອອກ​ຈາກ​ແຂວງ Okinawa.

 

ຂ່າວ/ບົດ​ອື່ນ