ຊາວຫວຽດນາມຢູ່Angolaແລະສ.ເຊັກໂກຕ້ອນຮັບປີໃໝ່2017

ຊາວຫວຽດນາມຢູ່Angolaແລະສ.ເຊັກໂກຕ້ອນຮັບປີໃໝ່2017 - ảnh 1
ຊາວ ຫວຽດນາມ ຢູ່ ສ.ເຊັກໂກ ຕ້ອນຮັບປີໃໝ່ 2017


(vovworld) – ​ ​ ​​ເພື່ອເຈືອຈານ​ເຂົ້າ​ໃນ​ບັນ​ຍາ​ກາດຕ້ອນຮັບ​ປີ​ໃໝ່, ວັນ​ທີ 01/01 ສະມາຄົມ​ຊາວ ຫວຽດ​ນາມ ຢູ່ Angola ​ແລະ ສະຖາ​ທູດ​ຈັດ​ຕັ້ງ​ບຸນປີ​ໃໝ່​ປະຊາ​ຄົມ ຕ້ອນຮັບ​ປີ​​ໃໝ່ 2017 ທີ່​ສຳນັກງານ​ສະຖານ​ທູດ ຫວຽດນາມ ປະຈຳ Angola. ກ່າວ​ຄຳ​ເຫັນ​ນະພິທີ, ທ່ານ ຫງວຽນ​ແມ້ງ​ເກື​ອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ Angola ສົ່ງ​ຄຳ​ອວຍພອນ​ດີງາມ​ທີ່​ສຸດ​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ Angola ​ເ​ນື່ອງ​ໃນ​​ໂອກາດ​ບຸນປີ​ໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ແຈ້ງ​ໃຫ້ພໍ່​​ແມ່​ປະຊາຊົນ​ຊາບບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ; ບັນດາ​ຄວາມ​ມານະ​ພະຍາຍາມ​ເຊິ່ງ ຫວຽດນາມ ​ແລະ Angola ພວມ​ຜັນ​ຂະຫຍາຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຮຽກຮ້ອງ​ບັນດາ​ນັກ​ຊ່ຽວຊານ, ນັກທຸລະກິດ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ Angola ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸລະ​ກິດ, ສືບ​ຕໍ່​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - Angola.

        ​ແລະ​ໃນ​ວັນ​ດຽວ​ກັນ, ຊາວ ຫວຽດນາມ ອາ​ໄສ​ຢູ່​ແຂວງ Pardubice (ສ.​ເຊັກ​ໂກ) ກ່ວາ 300 ຄົນ​​ໄດ້ເຂົ້າ​ຮ່ວມ​ງານ​ລາຕີຕ້ອນຮັບ​ລະດູ​ບານ​ໃໝ່ ​ໂດຍ​ສະມາຄົມ​ຊາວ ຫວຽດນາມ ຈັດ​ຕັ້ງ. ປ້າ ຫງວຽນທິທູ​ຍ ຊາວ ຫວຽດນາມ ​ອາ​ໄສ​ຢູ່ ສ.​ເຊັກ​ໂກ ​ແບ່ງປັນ​ວ່າ:

        “ມື້​ນີ້​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ ບຸນ​ປີ​ໃໝ່​ຂອງ​ປະຊາ​ຄົມ, ຂ້າພະ​ເຈົ້າ​ຮູ້ສຶກມີ​ຄວາມ​ປິ​ຕິ​ຊົ​ມຊື່ນທີ່​ສຸດ. ທຸກ​ຄົນ​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ປີ​​ໃໝ່​ຄື​ຢູ່ ຫວຽດນາມ. ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ກັບປະ​ເທດ​ຊາດກໍ່ຕາມ ​ແຕ່​ຂ້າພະ​ເຈົ້າ​ສູ້​ຮຶກວ່າ ທຸກ​ຄົນ​ໄດ້​ມີ​ຄວາມສະໜິດ​ຕິດ​ພັນ, ສາມັກຄີ​ກັນ,​ຮ່ວມ​ກັນ​ເບິີກບານ​ມ່ວນ​ຊື່ນ​ພ້ອມ​ກັບ​ປະຊາ​ຄົມ. ຂ້າພະ​ເຈົ້າ​ບໍ່ຮູ້ສຶກ​ວ່າ ​ເຖິງ​ວ່າຢູ່​​ໄກ​ກັບ​ບ້ານ​ເກີດ​ເມືອງ​ນອນກໍ່ຕາມ, ​ແຕ່ທຸກ​ຄົນພັດ​ມີ​ຄວາມ​ໃກ້ຊິດຕິດ​ແທ​ດກັນ .


ຂ່າວ/ບົດ​ອື່ນ