ຊາວຫວຽດນາມຢູ່ລາວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

ຊາວຫວຽດນາມຢູ່ລາວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ພິທີ​ຖະຫວາຍທູບ​ທຽນ ​ແລະ  ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍ
ສະຫຼະ​ຊີວິດ​ເພື່ອ​ຊາດ​ ຢູ່ອະນຸສາວະລີ​ນັກ​ຮົບ​ ປະສົມ ລາວ - ຫວຽດນາມ
(ພາບ: vietbao.vn)


(vovworld) - ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2015), ວັນ​ທີ 26/7 ສະຖານທູດ ຫວຽດນາມ ປະຈຳ ລາວ, ​ໄດ້​ຈັດ​ຕັ້ງ​ພິທີ​ຖະຫວາຍທູບ​ທຽນ ​ແລະ ວາງ​ພວງມາລາ ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ຢູ່ອະນຸສາວະລີ​ນັກ​ຮົບ​ ປະສົມ ລາວ - ຫວຽດນາມ ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ ຢູ່ ບ້ານ​ເກີນ, ​ເມືອງ ​ໂພນ​ໂຮງ​, ແຂວງ ວຽງ​ຈັນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ເພື່​ອສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຂອງ​ລຸ່ນປະຈຸ​ບັນ​ຕໍ່​ການ​ເສຍສະຫຼະ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເພື່ອ​ພາລະກິດ​ສາກົນອັນ​ທີ່ສູງ​ສົ່ງ, ​ເພື່ອ​ເອກະລາດ, ​ເສລີ​ພາບຂອງ 2 ຊົນ​ຊາດ ຫວຽດນາມ ​ແລະ ລາວ. ​ເຂົ້າ​ຮ່ວມ​ພິທີ, ນອກ​ຈາກບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ລາວ, ອົງການ​ກ່ຽວຂ້ອງ, ຍັງ​ມີ​ບັນດາ​ຜູ້​ຕາງ​ໜ້າສະຫະພັນ​ນັກຮົບ​ເກົ່າ ລາວ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ສະ​ມາຄົນ​ນັກທຸລະກິດ ຫວຽດນາມ ຢູ່ ລາວ, ພ້ອມກັບ​ພໍ່​ແມ່​ຊາວ ​ຫວຽດນາມ ​ທີ່ພວມ​​ດຳລົງ​ຊີວິດ​ຢູ່​ ລາວ ​ເປັນ​ຈຳນວນຫລວງ​ຫລາຍ.

ຂ່າວ/ບົດ​ອື່ນ