ຊາວຫວຽດນາມອາ ໄສຢູ່ຕ່າງປະເທດຕ້ອນ ຮັບປີໃໝ່ປະຈຳຊາດ

ຊາວຫວຽດນາມອາ ໄສຢູ່ຕ່າງປະເທດຕ້ອນ ຮັບປີໃໝ່ປະຈຳຊາດ - ảnh 1
ຊາວຫວຽດນາມອາໄສຢູ່ໄທຕ້ອນຮັບປີໃໝ່ປະຈຳຊາດ

(VOV World)  ພ້ອມ​ກັບ​ບັນຍາກາດ​ຕ້ອຮັບ​ບູນປີ​ໃໝ່ປະຈຳ​ຊາດ​, ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ​ຢູ່ ລາວ​ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​​ໄຫວ​ຕ່າງໆ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ປີ​ມະ​ໂຣງ 2012. ກອງຟ້ອນ​ສິງ​ໂຕ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ ​ຍິ່ງ​ເຮັດໃຫ້​ບັນຍາກາດ​ບູນ​ເຕັດ​ຫວຽດນາມ​ຢູ່ ລາວ ​ມີ​ຄວາມເບີກບານ​ມ່ວນ​ຊື່ນ​ກ່ວາ​ອີກ. ​ເອື້​ອຍ ຫງວຽນ​ທິກີ໋, ຊາວ​ຫວຽດນາມ ຢູ່​ບ້ານ ສີສະ​ຫວາດ, ​ເມືອງ​ຈັນທະ​ບູລີ ສະ​ແດງ​ວ່າ:

“​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ, ​ແຕ່​ພວກ​ຂ້າພະ​ເຈົ້າຍັງ​ຄົ​ງຮັກສາ​ຮີດຄອງ​ປະ​ເພນີ​ຂອງ​ຊາດ​ຫວຽດນາມ​ໄວ້. ​ໃນ​ຊຸມ​ປີຜ່ານມາ, ຄອບ​ຄົວ​ພວກ​ຂ້າພະ​ເຈົ້າ​ໄດ້​ທຳ​ມາ​ຫາ​ກິນ​ຢ່າງ​ຫຍຸ້ງຍາກ, ກ່າວ​ເຂົ້າ​ສູ່​ປີ​ໃໝ່, ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ສ້າງ​ເຮືອນ​ຫຼັງ​​ໃໝ່​ເພື່ອ​ຕ້ອນຮັບ​ບູນປີ​ໃໝ່​ດ້ວຍຄວາມ​ໂຊກ​ດີ.”

ພາຍຫຼັງ​ຈຸດ​ເວລາ​ສົ່ງ​ທ້າ​ນຍປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ປະຊາຊົນ​ວຽງ​ຈັນ​ນັບ ໝື່ນ​ຄົນ​ໄດ້​ໄປ​ຍັງ​ວັດວາ​ອາຣາມ ​ເຟີ​ດຕີກ, ​ເຊິ່ງ​ແມ່ນ​ວັດ​​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ ​​ເພື່ອ​ພາວະນາ​ຂໍ​ໃຫ້: ປີ​ນີ້, ຈະ​ປະສົບ​ແຕ່​ມີ​ຄວາມ​ໂຊກ​ດີ​ຫຼາຍ​ຢ່າງ.

ປະຊາ​ຄົມ​ຊາວ​ຫວຽດນາມ​ປະຈຳ​ໄທ, ​ເຖິງ​ວ່າ​ພວມ​ຢູ່​ຫ່າງ​ໄກ​ຈາດ​ປະ​ເທດ​ຊາດ​ກໍ່ຕາມ​ ​ແຕ່​ພັດ​ບໍ່​ລື່ມຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ໃນ​ບູນປີ​ໃໝ​ປະຈຳ​ຊາດ​ໄດ້, ​ນັ້ນ​ແມ່ນຈັດພາ​ເຂົ້າ​ບູຊາບັນພະບຸລຸດ, ປະທານ​ໂຮ່ຈີ​ມິນ ​ໃນ​ຄຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ​່າຕ້ອນຮັບ​ປີ​ໃໝ່. ລຸງ ຟານ​ວັນ​ແມ່, ອາຍຸ 76 ປີ, ດຳລົງ​ຊີວິ​ຢູ່​​ແຂວງ ນອນ​ທາ​ບູຣີ ​ເວົ້າ​ວ່າ:

“ລະດູບານ​ໃໝ່​ວຽນມາ​ແມ່ນ​ຄິດ​ຮອດ​ຄິດ​ເຖິງ​ລຸງ​ໂຣ່. ຄິດ​ຮອດ​ຄຳ​ອວຍພອນ ​ແລະ ຄຳ​ສັ່ງສອນ​ຂອງ​ລຸງ. ບູນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາດ​ເຮົາ​ໄດ້​ມີ​ນັບ​ພັນ​ປີ, ພວກ​ເຮົາ​ສືບ​ທອດ​ປະ​ເພນີ​ອັນ​ດີງາມ​ນີ້ ​ແລະ ຖາ​ຍທອດ​ໃຫ້​ແກ່​ລູກ​ຫຼານ​ເຮົາ​ເພື່ອ​ຮັກສາ​ປະ​ເພ​ນີຂອງ​ຊາດ​ໄວ້”

ຕອນ​ຄ່ຳ​ວັນ​ທີ 22/1, ສະຖານທູດ​ຫວຽດນາມ​ປະຈຳ ອີ​ຢິບ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ປີ​ໃໝ່ - ປີມະ​ໂຣງ, ດ້ວຍ​ການ​ເຂົ້າ​ຮ່ວຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ, ບັນດາ​ອົງການ​ຕາງ​ໜ້າຂອງຫວຽດນາມປະຈຳ​ອີ​ຢິບ, ນັກ​ຮຽນ, ນັກ​ສຶກສາ, ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອີ​ຢິບ ​ແລະ ​ເພື່ອ​ນມິດ​ອີ​ຢິບ. ທີ່​ພິທີ, ທ່ານ​ເອກອັກຄະ​ລັດຖະທູດ ຟ້າ​ມສີ​ຕາມ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອີ​ຢິບ​ຍັງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກຫຼາຍ​ກໍ່ຕາມ ​ແຕ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ, ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູ​ດສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ​ຮັກ​ຊາດ, ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອີ​ຢິບ ຈະ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ແທດ​ຈິງ​ກ່ວາ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ ​ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ