ຍົກສູງການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມໃນວຽກງານຕິດຕາມປະຕິບັດກົດໝາຍ

ຍົກສູງການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມໃນວຽກງານຕິດຕາມປະຕິບັດກົດໝາຍ - ảnh 1
ທ່ານຫງວຽນທ້ຽນເຍີນ ປະທານ ຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມ
ພາບ:dantri.com


(vovworld)- ຕອນ​ເຊົ້າ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ​ໄດ້​ສົ​ມທົບ​ກັບ​ສະ​ຖາ​ບັນ KAS(Konrad Adeauer Stiftung) ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ: “ການ​ເຂົ້າ​ຮ່ວມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ການ​ເມືອງ​ສັງຄົມ ​ໃນ​ວຽກ​ງານ​ຕິດຕາມ​ສະພາບ​ການ​ປະຕິບັດ​ກົດໝາຍ.” ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້ຕາງຫນ້າ​ຂອງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຕຸລາການ​ ​ແລະ ຜູ້​ຊ່ຽວຊານ​​ໃນ​ຂົງ​ເຂດ​ຕຸລາການ​ຂອງ​ສາກົນ ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບການ​ຕິດຕາມ​ສະພາບ​ການ​ປະຕິບັດ​ກົດໝາຍ​ປະຈຸ​ບັນ​. ບັນດາ​ຜູ້​ຊ່ຽວຊານ​ສາກົນ​ຕີ​ລາ​ຄ່າ​ວ່າ: ຫວຽດນາມ ມີ​ລະບົບ​ກົດໝາຍ​ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວນ​ເພີ່ມ​ທະວີ​ກ່ຽວ​ກັບ​​ໂຄງການຈັດ​ຕັ້ງ, ​ໂຄງ​ປະກອບ, ຄຸນ​ນະພາ​ບພະນັກງານ​ຂອງ​​ແນວ​ໂຮມ​ປະ​ເທດ​ຊາດ. ​ເຮັດ​ໄດ້​ສິ່ງ​ນັ້ນ ຈະ​ຍົກ​ສູງ​ບົດບາດ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ໃນ​ການ​ຕິດຕາມ​ການ​ປະຕິບັດ​ກົດໝາຍ​ໃນ​ສະພາບ​ການ​ປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ