ຍົກສູງບົດບາດຂອງສະພາແຫ່ງຊາດໃນການຮັບປະກັນສິດຂອງເດັກແລະໂພສະນາການເພື່ອພັດທະນາ

ຍົກສູງບົດບາດຂອງສະພາແຫ່ງຊາດໃນການຮັບປະກັນສິດຂອງເດັກແລະໂພສະນາການເພື່ອພັດທະນາ - ảnh 1
ທ່ານ ອວງ​ຈູ​ລືວ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) - ຕອນ​ເຊົ້າ​ວັນ​ທີ 2/4, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​, ສົມທົບ​ກັບ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ (UNICEF) ​ແລະ ອົງການ​ລ້ຽງ​ດູ ​ແລະ ພັດທະນາ​, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ຮັບປະກັນ​ສິດ​ຂອງ​ເດັກ ​ແລະ ​ບັນຫາໂພ​ສະນາ​ການ​ເພື່ອ​ພັດທະນາ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ເນັ້ນ​ໜັກ​ວ່າ:

        “​ໃນ​ຂົງ​ເຂດ​ຮັບປະກັນ​ສິດ​ຂອງ​ເດັກ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັກ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສ້າງ ​ແລະ ປັບ​ປຸງ​ລະບົບ​ກົດໝາຍ, ນຳ​ເອົາ​ສິດ​ຂອງ​ເດັກ​ເຂົ້າ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ເດັກ ​ໃນ​ວິວັດ​ການ​ກໍ່ສ້າງ​ກົດໝາຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ຂອງ​ເດັກ“.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາສະມາຊິກລັດຖະ​ສະພາ​ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ ​ແລະ ມາດ​ຕະການຕ່າງໆ​ເພື່ອ​ແນ​ໃສ່​ປັບປຸງບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ໂພ​ສະນາ​ການ ​ແລະ ການ​ພັດທະນາ​ຂອງເດັກ ​ໃນ​ປະ​ເທດ​ຕົນ, ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ ​ເພື່ອ​ແນ​ໃສ່​ປັບປຸງ​ບັນຫາ​ກິນ​ດື່ມ​ສຳລັບ​ເດັກ​ຫາ​ກໍ່​ກຳ​ເນີ​ດ ​ແລະ ​ເດັກນ້ອຍ. ພິ​ເສດ​ແມ່ນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່.


ຂ່າວ/ບົດ​ອື່ນ