ຍຸດ​ທະ​ສາດ​ວັກ​ຊິນແມ່ນ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂອ​ວິດ 19

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ ໂລກລະບາດໂຄວິດ 19 ນັບມື້ນັບມີການຜັນແປທີ່ສັບສົນ, ຮຽກຮ້ອງໃຫ້ທຸກຄົນຕ້ອງມີບັນດາມາດຕະການຕ້ານໂລກລະບາດຕາມທິດນຳ ຂໍ້ກຳນົດ 5 ປະການ
ຍຸດ​ທະ​ສາດ​ວັກ​ຊິນແມ່ນ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂອ​ວິດ 19 - ảnh 1(ພາບ:TTXVN)

   ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການ, ບັນດານັກວິທະຍາສາດ, ຜູ້ຕາງໜ້າບັນດາສະຖາບັນຄົ້ນຄ້ວາ, ນັກຜະລິດວັກຊິນ ກ່ຽວກັບວຽກງານຄົ້ນຄ້ວາ, ຜະລິດວັກຊິນກັນພະຍາດໂຄວິດ 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ ໂລກລະບາດໂຄວິດ 19 ນັບມື້ນັບມີການຜັນແປທີ່ສັບສົນ, ຮຽກຮ້ອງໃຫ້ທຸກຄົນຕ້ອງມີບັນດາມາດຕະການຕ້ານໂລກລະບາດຕາມທິດນຳ ຂໍ້ກຳນົດ 5 ປະການ (ໃຊ້ຜ້າອັດປາກ-ດັງ, ໃຊ້ນ້ຳຢາຂ້າເຊື້ອ, ຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມຫຼາຍຄົນ, ແຈ້ງອາການສຸຂະພາບ) + ວັກຊິນ ແລະ ນຳໃຊ້ເຕັນໂນໂລຊີຢ່າງກ້ວາງຂວາງເພື່ອປະຕິບັດເປົ້າໝາຍຄວບຄູ່, ທັງຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ.

ທີ່ການເຮັດວຽກ, ຜູ້ຕາງໜ້າກະຊວງສາທາລະນະສຸກຫວຽດນາມ ໄດ້ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ກ່ຽວກັບບາງໝາກຜົນໃນການຄົ້ນຄ້ວາ, ນຳໃຊ້ວິທະຍາສາດເຕັກໂນໂລຊີ ຂອງຂະແໜງສາທາລະນະສຸກ ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂອວິດ 19. ໃນນັ້ນ, ການຄົ້ນຄ້ວາພັດທະນາຊຸດ kit ບົ່ງມະຕິ, ຊຸດ kit ຕ້ານເຊື້ອເພື່ອນຳຫວຽດນາມ ກາຍເປັນ 1 ໃນຈຳນວນ 5 ປະເທດພັດທະນາ ຊຸດ kit ນີ້ສຳເລັດຜົນ; ຄົ້ນຄ້ວາຜະລິດເຄື່ອງຊ່ວຍຫາຍໃຈ, ວິທີການປິ່ນປົວໃໝ່; ພັດທະນາ ແລະ ອອກໜັງສືອະນຸຍາດການຜະລິດວັກຊິນ; ຜະລິດວັກຊິນພາຍໃນປະເທດ. ກະຊວງສາທາລະນະສຸກ ກໍ່ສະເໜີລັດຖະບານ ອະນຸຍາດການກໍ່ສ້າງສູນຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນພະຍາດໂຄວິດ 19, ລົງທຶນກໍ່ສ້າງ, ພັດທະນາບັນດາສູນຄົ້ນຄ້ວາ, ຖ່າຍຖອດເຕັກໂນໂລຊີຜະລິດວັກຊິນໃຫ້ແກ່ມະນຸດ, ບັນດາສູນທົດລອງ, ໂຮງງານຜະລິດວັກຊິນບັນລຸມາດຖານສາກົນ.

 

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ