ຍີ່ປຸ່ນ ຈະນຳບັນຫາພິພາດ ອະທິປະໄຕກັບສ.ເກົາຫີຼ ຂຶ້ນສານຍຸດຕິທຳສາກົນ

ຍີ່ປຸ່ນ ຈະນຳບັນຫາພິພາດ ອະທິປະໄຕກັບສ.ເກົາຫີຼ ຂຶ້ນສານຍຸດຕິທຳສາກົນ - ảnh 1
(ໝູ່​ເກາະ Takeshima/Dokdo)

(vovworld) -     ວັນ​ທີ 12/10, ຫົວໜ້າ​ຫ້ອງການ​ຄະນະ​ລັດຖະບານ​ຍີ່ປຸ່ນ Osamu Fujimura ​ໄດ້​ຢືນຢັນ​ວ່າ ຍີ່ປຸ່ນ​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍນຳ​ບັນຫາ​ພິ​ພາດ​ອະທິປະ​ໄຕ​​ເກາະສອງ​ແຫ່ງ​ທີ່ຂຶ້ນ​ກັບໝູ່​ເກາະ Takeshima, ​ເຊິ່ງ ສ.​ເກົາຫຼີ​​ເອີ້​ນວ່າ Dokdo ຂຶ້ນ​ສານຍຸດຕິທຳ​ສາກົນ (ICJ) Lahay, ຢູ່​ໂຮ​ນລັງ. ບັນດາ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ຍີ່ປຸ່ນ ​ໄດ້​​ເປີດເຜີຍ​ວ່າ ປະ​ເທດ​ນີ້​ພວມ​ຢູ່ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ກະກຽມ​ຍື່ນ​ບັນຫາພິດ​ພາດ​ອະທິປະ​ໄຕນີ້ຂຶ້ນ​ສານຍຸດຕິທຳ​ສາກົນ, ອາດ​ຈະ​​ແມ່ນ​ທ້າຍ​ເດືອນ 10 ນີ້. ​ແຕ່​ເຫດການ​ອາດ​ຈະ​ບໍ່​ຍົກ​ອອກ​ມາ​​ເພື່ອ​ແກ້​ໄຂ​ຢູ່ສານຍຸດຕິທຳ​ສາກົນ ​ເພາະສ.​ເກົາຫຼີ ອາດ​ຈະ​ບໍ່​ເຈົ້າ​ຮ່ວມປະຊຸມ​ສານ. ຕາມ​ລະບຽບ​ການຂອງ​ສານຍຸດຕິທຳ​ສາກົນ​ແລ້ວ ຕ້ອງ​ມີ​ການ​​ເຫ​ັນດີ​ຂອງ​ຝ່າຍ​ຖືກ​ກ່າວ​ຟ້ອງ​ເພື່ອ​ເປິ​ດບັນດາ​ການ​​ໂຕ້​ແຍ້​ງ​ຢູ່​ສານ, ​ໃນ​ຂະນະ​ທີ່​​ເປັນ​ຫຼາຍ​ຄັ້ງ​ແລ້ວ​ສ.​ເກົາຫຼີ ​ໄດ້ຄັດ​ຄ້ານຂໍ້​ສະ​ເໜີ​ຂອງ​ຍີ່ປຸ່ນ ​ແກ້​ໄຂ​ບັນຫາ​ພິພາດ​ດັ່ງກ່າວຢູ່​ສານ​ນີ້.

ຂ່າວ/ບົດ​ອື່ນ